วันพุธที่ 24 พฤษภาคม พ.ศ. 2560

​ສ່ວນ​ປະ​ກອບ ແລະ ຊັ້ນ​ຂອງ​ບັນ​ຍາ​ກາດ

1.ສ່ວນປະກອບທາງເຄມີ

ແຕ່ກ່ອນນັ້ນ,ຄົນເຮົາເຂົ້້າໃຈກັນວ່າ ອາກາດແມ່ນທາດຊະນິດໜຶ່ງໂດຍສະເພາະເທົ່ານັ້ນ.ແຕ່ພາຍຫຼັງການທົດລອງຫຼາຍໆຄັ້ງ ຂອງບັນດານັກວິທະຍາສາດຈຶ່ງຮູ້ວ່າ ອາກາດບໍ່ແມ່ນທາດ (Element) ແລະ ບໍ່ແມ່ນສານປະກອບ ( Compose ) ແຕ່ແມ່ນ ສານປະສົມ ( Melange )ຂອງບັນດາທາດຕ່າງໆ ຊຶ່ງລວມມີກາສຫຼາຍຊະນິດນໍາກັນ.ປະລິມານຂອງກາສຕ່າງໆໃນອາກາດໂດຍບໍລິມາດນັ້ນ ມີຄືດັ່ງນີ້
-      ອາສົດ ຫຼື ນິຕະໂຣແຊນ    ( N2 )                            78,09%
-      ອົກຊີແຊນ                 ( 02 )                            20,95%
ນອກຈາກນີ້ ຍັງມີກາສອີກຈຳນວນໜຶ່ງ ຊຶ່ງບໍ່ສູ້ມີຫຼວງຫຼາຍປານໃດ,ເອີ້ນວ່າກາສຫາຍາກ”( Gaz rares ) ຊຶ່ງໄດ້ແກ່
-      ອາກກົງ                    ( Ar )                             0,932%
-      ກາສກາກໂບນິກ           ( Co2 )                          0,03%
-      ເນອົງ                      ( Ne)                             1,8.10-2
-      ກຣິບຕົງ                    ( Kr)                              1.10-5
-      ເຮລິອອມ                  ( He )                            5,25.10-10
-                    ເຊນົງ                      ( Xe )                            0,8.10-5
-      ຮີດະໂຣແຊນ              ( H2 )                            5.10-5
-                    ໂອໂຊນ                    ( 03 )                            2.10-6
-      ອາມໂມນິອັກ              ( NH3 )                         2.10-6
-      ອີໂອດ                     ( I2 )                             2,5.10-9
-      ເມຕານ                    ( CH4 )                         1,5.10-4
-      ຣາດົງ                      ( Rn )                            6.10-16
-      ອົກຊິດ ນິຕະເຣີ            ( N20)                           6.10-18
ບໍ່ພຽງແຕ່ເທົ່ານັ້ນ,ຢູ່ໃນອາກາດຍັງມີອາຍນໍ້າ,ຝຸ່ນລະອອງ,ຄວັນໄຟ,ບັກເຕີຣີ,ເຊື້ອພະຍາດຕ່າງໆ ແລະ ອະນຸພາກຂອງສິ່ງວັດຖຸອື່ນໆອີກ.
ເມື່ອເບິ່ງຕາມຕົວເລກຂ້າງເທິງນີ້,ເຮົາຈະເຫັນວ່າ ປະລີມານສວ່ນໃຫ່ຍ ຂອງອາກາດແມ່ນອາສົດ ແລະ ອົກຊີແຊນຊຶ່ງລວມມີເຖິງ ປະມານ 99% ໂດຍບໍລິມາດ.ສ່ວນຍັງເຫຼືອອີກປະມານ 1% ນັ້ນແມ່ນບັນດາ ກາສຫາຍາກຕ່າງໆລວມທັງສິ່ງວັດຖຸອື່ນໆ ທີ່ໄດ້ກ່າວມາແລ້ວນັ້ນ.ບັນດາກາສຕ່າງໆ ແລະ ອົງປະກອບອື່ນໆຂອງອາກາດດັ່ງກ່າວນີ້ມີຄວາມສໍາຄັນ ແລະ ມີຄຸນປະໂຫຍດດັ່ງກ່າວນີ້ ຄື:

v  ອາສົດ: ເປັນທາດທີ່ປະສົມເຂົ້າກັບທາດອື່ນໄດ້ຍາກ.ແຕ່ອາສົດມີປະໂຫຍດຊວ່ຍເຈືອຈາງອົກຊີແຊນໃຫ້ອ່ອນລົງ ແລະ ເປັນທາດທີ່ຈຳເປັນແກ່ການຂະຫຍາຍຕົວຂອງພຶືດ ໂດຍອາໄສບັກເຕຣີໃນດິນເປັນຕົວພາ.

v  ອົກຊີແຊນ: ເປັນກາສທີ່ມີຄວາມຈໍາເປັນຍິ່ງສໍາລັບການຫາຍໃຈ ຂອງສິ່ງທີ່ມີຊີວິດໂດຍທົ່ວໄປ.ກາສອົກຊີແຊນນີ້ ຈະຄືນສະພາບມາອີກໃໜ່ໄດ້ ກໍຍ້ອນການສັງເຄາະແສງຂອງພືດສີຂຽວຕ່າງໆ,ນັ້ນຄື ຕົ້ນໄມ້ໄດ້ດູດເອົາກາສກາກໂບນິກ ແລ້ວປ່ອຍອົກຊີແຊນອອກມາ.

v  ກາສກາກໂບນິກ:ແມ່ນກາສທີ່ຈຳເປັນໃຫ້ແກ່ການສັງເຄາະຂອງພືດ,ມັນເກີດຈາກ,ການເຜົາໄໜ້ ແລະ ການຫາຍໃຈອອກຂອງຄົນ ແລະ ສັດ.ກາສດັ່ງກ່າວນີ້ຍັງເປັນສິ່ງທີ່ພາໃຫ້ມີການເນົ່າເປື່ອຍຂອງສິ່ງວັດຖຸຕ່າງໆ.ພ້ອມກັບອາຍນໍ້າ,ກາສກາກໂບນິກ ຍັງມີບົດບາດໃນການສະກັດກັ້ນລັງສີລຸ່ມແດງ (Infra-ftouges) ທີ່ໜ່ວຍໂລກກະຈາຍອອກໄປ ຊຶ່ງເປັນການຮັກສາບໍ່ໃຫ້ໜ່ວຍໂລກຂອງເຮົາໜາວເຢັນເກີນຄວນ.

v  ໂອໂຊນ:ເປັນກາສທີ່ມີປະໂຫຍດໃນການກັນຕອງລັງສີຕ່າງໆຂອງດວງຕາເວັນ ຄື ໂອໂຊນຈະດູດກືນເອົາລັງສີກາພອ້ດ ( Ultra-Violets ) ຂອງດວງຕາເວັນໄວ້ເກືອບໜົດ.ເຮັດໃຫ້ສິ່ງທີ່ມີຊີວິດຕ່າງໆຢູ່ເທິງໜ້າໂລກ ບໍ່ໄດ້ຮັບ ອັນຕະລາຍຈາກການເຜົາໄໜ້ຂອງດວງຕາເວັນ.ພ້ອມດຽວກັນນີ້,ມັນຍັງມີຄຸນສົມບັດ ໃນການປິ່ນປົວຮັກສາສຸຂະພາບຂອງຄົນເຮົາອິກດ້ວຍ.

v  ອາຍນໍ້າ:ເປັນສິ່ງທີ່ເຮັດໃຫ້ເກີດ ເມກ,ໜອກ,ຝົນ,ຫິມະ,ນໍ້າຄ້າງ,ໜາກເຫັບ...ມັນຍັງເຮັດໜ້າທີ່ຮັກສາ ອຸນຫະພຸມຂອງອາກາດໃຫ້ສະໜໍ່າສະເໜີ ຄື ໃນເວລາກາງຄືນອາຍນໍ້າໄດ້ຊ່ວຍຮັກສາຄວາມຮ້ອນຂອງດີນໃຫ້ຄົງທີ່ ແລະ ໃນເວລາກາງເວັນມັນຈະປ້ອງກັນບໍ່ໃຫ້ດີນໄດ້ຮັບຄວາມຮ້ອນເກີນຄວນ.

v  ອະນຸພາກຂອງສິ່ງວັດຖຸຕ່າງໆ:ໂດຍທົ່ວໄປແມ່ນຈຳພວກຂີ້ຝຸ່ນ,ເຖົ່າຖ່ານ,ຄວັນໄຟ,ເກຶອເຄມີ ແລະ ສິ່ງອຶ່ນໆທີ່ຖຶກສົ່ງອອກມາຈາກໂຮງງານອຸດສະຫະກຳ,ມາຈາກອົກຊິດ ກາກບອນ,ຈຸລະຊີບ...ອະນຸພາກເຫຼົ່ານີ້ ມີຄຸນປະໂຫຍດໃນການເຮັດໃຫ້ການກັ້ນຕົວຂອງອາຍນໍ້າມີຄວາມໄວເພີ່ມຂື້ນ ສະເພາະແມ່ນໃນເວລາ ທີ່ມັນເກີດປະຈຸໄຟຟ້າ ແລະ ທັງເຮັດໜ້າທີ່ເປັນແກນສໍາລັບການກັ້ນຕົວຂອງອາຍນໍ້າ,ຄືວ່າ ເມື່ອຄວາມຊຸ່ມສຳພັດຂອງອາກາດໄດ້ເພີ່ມຂື້ນເຖິງລະດັບທີ່ແນ່ນອນ ແລ້ວອາຍນໍ້າກໍຈັບກຸ່ມກັນເຂົ້າເປັນເມັດນໍ້ານ້ອຍໆ ອ້ອມໆອະະນຸພາກຕ່າງໆ ທີ່ໄດ້ກ່າວມານີ້ ແລ້ວກາຍເປັນເມກ,ໜອກ,ຝົນ ແລະ ອື່ນໆ.

2.ຊັ້ນຕ່າງໆຂອງບັນຍາກາດ.

     ບັນຍາກາດທີ່ຫຸ້ມຫໍ່ໂລກເຮົານີ້ ມີຢູ່ຫຼາຍໆຊັ້ນນໍາກັນ.ສຳລັບການແບ່ງຊັ້ນຂອງບັນຍາກາດນີ້,ບັນດານັກວິທະຍາສາດໄດ້ແບ່ງໃນແງ່ຕ່າງໆແຕກຕ່າງກັນ ຄື:
-      ແບ່ງຕາມລັກສະນະເພາະຂອງອາກາດຢູ່ໃນແຕ່ລະຍານຄວາມສູງຂອງບັນຍາກາດ.
-      ແບ່ງຕາມສ່ວນປະກອບທາງເຄມີຂອງບັນຍາກາດຢູ່ໃນແຕ່ລະຍ່ານຄວາມສູງຂອງບັນຍາກາດ.
-      ແບ່ງຕາມລັກສະນະການປ່ຽນແປງຂອງອຸນຫະພູມຢູ່ໃນຍ່ານຕ່າງໆຂອງບັນຍາກາດ.

ກ. ແບ່ງຕາມລັກສະນະສະເພາະຂອງອາກາດ

     ໂດຍອີງຕາມລັກສະນະການເຄື່ອນໄຫວຂອງອາກາດ ທີ່ມີຈຸດພິເສດສະເພາະຢູ່ໃນແຕ່ລະໆດັບຄວາມສູງຂອງບັນຍາກາດນັ້ນ,ເພິ່ນໄດ້ແບ່ງຊັ້ນບັນຍາກາດອອກເປັນ 3 ຊັ້ນດ້ວຍກັນຄື:
Ø  ຊັ້ນ Troposphere.
ຊັ້ນ Troposphere ເປັນຊັ້ນບັນຍາກາດທີ່ຢູ່ຕິດກັບໜ້າດີນ,ມີຄວາມໜາ ບໍ່ສະໜໍ່າສະເໜີ ຄື ແຕ່ 15 ຫາ 17 ກິໂລແມັດ,ໃນນີ້ ສະເພາະເຂດຂົ້ວໂລກ ແມ່ນໜາ ປະມານພຽງແຕ່ 6 ຫາ 9 ກິໂລແມັດ, ບັນຍາກາດຊັ້ນນີ້ ເປັນຊັ້ນທີ່ມີອາກາດໜາແໜ້ນ ກວ່າຊັ້ນອື່ນໆ ຄື ມັນບັນຈຸເຖິງ ປະມານ 3/4 ຂອງອາກາດທັງໜົດ,ເປັນຊັ້ນທີ່ມີຄວາມເປິເປື້ອນຫຼາຍ ແລະ ມີການປ່ຽນແປງຢູ່ເລື້ອຍໆ,ເປັນຊັ້ນທີ່ມີການປັ່ນປ່ວນຂອງອາກາດຢູ່ເປັນປະຈຳ,ມີກະແສອາກາດເຄື່ອນທີ່ໄປຕາມແນວນອນ ຫຼື ເຄື່ຶອນຂຶ້ນລົງຕາມແນວຕັ້ງ.ບັນດາປະກົດການສຳຄັນຂອງບັນຍາກາດ ສວ່ນໃຫ່ຍກໍ່ສະແດງອອກຢູ່ໃນບັນຍາກາດຊັ້ນນີ້ ເຊັ່ນ ປະກົດການຝົນຕົກ

ຮູບ ສະແດງຊັ້ນຕ່າງໆຂອງບັນຍາກາດ

ລົມພາຍຸ,ໜອກ,ຄວາມຊຸ່ມ,ຄວາມຮ້ອນ,ຄວາມໜາວ...ຫຼື ສະພາບຟ້າອາກາດຕ່າງໆເປັນຕົ້ນ.ໂດຍອີງຕາມລັກສະນະການເຄື່ອນໄຫວຂອງມັນ,ເພິ່ນແບ່ງບັນຍາກາດຊັ້ນດັ່ງກ່າວນີ້ ອອກເປັນ 2 ຊັ້ນຍ່ອຍອີກ ຄື:
-      ແຕ່ 0 ຫາ 3 ກິໂລແມັດ : ເປັນຊັ້ນທີ່ມີອາກາດໜາແໜ້ນທີ່ສຸດ ແລະ ມີການເຄື່ອນໄຫວສັບສົນທີ່ສຸດ,ເປັນຊັ້ນທີ່ມີລົມພາຍຸຟ້າຄະນອງ,ພາຍຸໜຸນ ຫຼື ລົມອື່ນໆພັດເປັນປະຈຳ,ຊັ້ນດັ່ງກ່າວນີ້  ເປັນຊັ້ນທີ່ທາງການອຸຕຸນິຍົມເອົາໃຈໃສ່ຕິດຕາມສຳຫຼວດເປັນປະຈໍາ.
-      ແຕ່ 3 ກິໂລແມັດຂື້ນໄປເຖິງເຂດແບ່ງ Tropopause ຊຶ່ງແບ່ງຕາມຊາຍແດນລະຫວ່າງຊັ້ນ Troposphere ກັບຊັ້ນ Stratosphere: ອາກາດກໍຍັງໜາແໜ້ນສົມຄວນ ແຕ່ການເຄື່ອນໄຫວບໍ່ສັບສົນປານໃດ,ຄວາມປັ່ນປ່ວນກໍຫຼຸດຜ່ອນລົງ.ການເຄື່ອນໄຫວຂອງອາກາດຢູ່ຊັ້ນດັ່ງກ່າວນີ້ ມີລັກສະນະເປັນຄື້ນຍາວໆ.ຢູ່ໃນຍ່ານສູງໆຂອງຊັ້ນນີ້ ສະເພາະແມ່ນຢູ່ລະຫວ່າງແຕ່ 8 ຫາ 12 ກິໂລແມັດ ແລະ ຢູ່ເຊິ່ງກັບຂົງເຂດເສັ້ນຂະໜານ 35ž ເໜືອ ແລະ ໃຕ້, ເພີ່ນສັງເກດໄດ້ວ່າ ມີກະແສລົມເທິງທີ່ພັດແຮງທີ່ສຸດ ຄື ມີຄວາມ ໄວປະມານ ແຕ່ 200 ຫາ 500 ກິໂລແມັດ/ຊົ່ວໂມງ ໂດຍພັດໄປຕາມທິດດຽວກັນ ກັບທິດໜູນປິ່ນອອ້ມຕົວເອງຂອງໜວ່ຍໂລກ.ກະແສລົມເທິງດັ່ງກ່າວນີ້ ເພິ່ນເອີ້ນວ່າ ກະແສລົມເທິງ Jet Stream.

Ø  ຊັ້ນ Stratosphere
ບັນຍາກາດຊັ້ນນີ້ແມ່ນຊັ້ນທີ່ຢູ່ຖັດຈາກ Troposphere ຂື້ນໄປ ( ໂດຍທີ່ທັງ 2 ຊັ້ນນີ້ຖຶກຂັ້ນກັນດ້ວຍເຂດແບ່ງອາກາດ Tropopause ).ຊັ້ນດັ່ງກ່າວນີ້ ຢູ່ສຸງຈາກໜ້າດີນປະປານແຕ່ 17 ຫາ 50-60 ກິໂລແມັດ,ເປັນຊັ້ນທີ່ອາກາດມີລັກສະນະປົກກະຕິດີ,ມີກະແສອາກາດເຄື່ອນທີ່ຕາມແນວນອນເທົ່ານັ້ນ ແລະ ພັດແຮງພໍສົມຄວນ ຊຶ່ງເປັນປະໂຫຍດຫຼາຍ ທີ່ສຸດສຳລັບການບິນ.ຢູ່ໃນຊັ້ນບັນຍາກາດດັ່ງກ່າວນີ້ ບໍ່ປະກົດມີສະພາບທີ່ອາກາດເຢັນຢູ່ເທິງອາກາດຮ້ອນຄືກັບຢູ່ຊັ້ນ Troposphere ແລະ ເກືອບວ່າບໍ່ມີສະພາບອາກາດປັ່ນປ່ວນ ຫຼື ຟ້າຄະນອງເລີຍ.

Ø  ຊັ້ນ Ionosphere.
ຊັ້ນ Ionosphere ເປັນຊັ້ນບັນຍາກາດທີ່ຢູ່ຖັດຈາກຊັ້ນ Stratosphere ຂື້ນໄປ ແລະ ຢູ່ສູງຈາກໜ້າໂລກ ແຕ່ 60 ຫາ 800-1500 ກິໂລແມັດ.ຊັ້ນນີ້ເປັນຊັ້ນທີ່ອາກາດມີລັກສະນະເບົາບາງທີ່ສຸດ ແລະ ເປັນຊັ້ນທີ່ບໍ່ປົກກະຕິປານໃດ.ໂມເລກຸນ ຫຼື ອະນຸຂອງອາກາດທົ່ວໄປແມ່ນຢູ່ໃນສະພາບແຕກຕົວເປັນອີອົງ (ບວກ ຫຼື ລົບ) ຈຶ່ງເຮັດໃຫ້ອາກາດບໍ່ປົກກະຕິ.ແຕ່ຊັ້ນ Ionosphere ນີ້ ເປັນຊັ້ນທີ່ສາມາດສະທ້ອນຄື້ນຕ່າງໆຂອງວິທະຍຸ ຈາກໜ້າດິນໄປສູ່ຂົງເຂດຕ່າງໆອອ້ມໂລກໄດ້
ສຳລັບຊັ້ນ Ionosphere ນີ້ລາງເທື່ອເພິ່ນຍັງແບ່ງອອກເປັນຊັ້ນຍ່ອຍຕ່າງໆອີກເອີ້ນວ່າເຂດ ເຊິ່ງລວມມີຄື  
·         ເຂດ D : ແຕ່80-90 ກິໂລແມັດສູງຈາກໜ້າດິນ.
·         ເຂດ E :ແຕ່ 90- 140 ກິໂລແມັດສູງຈາກໜ້າດິນ.
·         ເຂດF: ແຕ່ 140 ກິໂລແມັດຈາກໜ້າດິນຂຶ້ນໄປ.
ສະເພາະເຂດF: ນີ້ຍັງຖືກແບ່ງອອກເປັນເຂດF1 (ແຕ່140ຫາ220ກິໂລແມັດ)ແລະເຂດF2  (ແຕ່220ກິໂລແມັດຮອດເຂດສູງສຸດຂອງບັນຍາກາດ)
ປັດໃຈສຳຄັນທີ່ບົ່ງບອກເຖິງລັກສະນະສະເພາະຂອງຊັ້ນ Ionosphere   ນັ້ນແມ່ນອັດຕາຄວາມໜາແໜ້ນຂອງການແຕກຕົວເປັນອີອົງ, ນັ້ນໝາຍເຖິງຈຳນວນເອເລັກຕຣົງຕໍ່1ຊັງຕີແມັດຂອງອາກາດເຊິ່ງຕາມປົກກະຕິນັ້ນມັນຈະມີຈຳນວນເທົ່າໆກັບຈຳນວວນຂອງອີອົງ. ໂດຍອີງຕາມອັດຕາຄວາມໜາແໜ້ນຂອງການແຕກຕົວເປັນອີອົງ,ເພິ່ນພົບວ່າຢູ່ລຸ່ມເຂດD ນັ້ນຄວາມໜາແໜ້ນຂອງການແຕກຕົວເປັນອີອົງຂອງອາກາດມີອັດຕາຕ່ຳຫຼາຍຄືຕ່ຳກ່ວາ10-10 ແລະເມື່ອສູງຂຶ້ນໄປເທົ່າໃດອັດຕາດັ່ງກ່າວກໍ່ຍິ່ງເພີ່ມຂຶ້ນຢ່າງໄວວາຄືປະມານ10-5 ຢູ່ເຂດ E ແລະເພີ່ມຂຶ້ນເຖິງປະມານເສດສ່ວນຮ້ອຍເມື່ອຂຶ້ນໄປເຖິງລະດັບສູງ8oo ກິໂລແມັດ,ໃນລະດັບສູງ
ຮູບ ສະ​ແດງ​ເທິງ​ຊັ້ນ Magnetesphere
ດັ່ງກ່າວນີ້,ຍ້ອນອິດທິພົນພາຍຸຂອງຕາເວັນ,ທົ່ງແມ່ເຫຼັກຂອງໂລກໄດ້ຖືກສະກັດໄວ້ແຕ່ມັນພັດມີປະຕິກິລິຍາທາງອຳນາດແມ່ເຫຼັກຢ່າງຮຸນແຮງທີ່ສຸດໃນບັນຍາກາດ. ໂດຍອິງຕາມລັກສະນະດັ່ງກ່າວນັ້ນ,ບັນດານັກວິທະຍາສາດຈຶ່ງໃສ່ຊື່ບັນຍາກາດຊັ້ນສູງໆນີ້ີ້ວ່າMagnetosphere ເຊິ່ງປະມານກັນວ່ານອນຢູ່ໃນລະດັບສູງຕັ້ງແຕ່ 800-1000 ກິໂລແມັດຈາກໜ້າດິນຂຶ້ນໄປ.

ຂ. ແບ່ງຕາມສ່ວນປະກອບທາງເຄມີຂອງອາກາດ.
     ໂດຍອີງຕາມສ່ວນປະກອບທາງເຄມີຂອງອາກາດເຊິ່ງມີການແຕກຕ່າງກັນຢູ່ໃນແຕ່ລະຍ່ານຄວາມສູງນັ້ນ,ເພິ່ນແບ່ງຊັ້ນຂອງບັນຍາກາດອອກເປັນ3ຊັ້ນຄືດັ່ງນີ້:
Ø  ແຕ່0-100 ກິໂລແມັດຈາກໜ້າດິນຂຶ້ນໄປແມ່ນຊັ້ນ Homosphere ເຊິ່ງແມ່ນຊັ້ນທີ່ປະກອບດ້ວຍອາສົດແລະອົກຊີແຊນເປັນສ່ວນໃຫຍ່.
Ø  ແຕ່100ຫາປະມານ 640 ກິໂລແມັດແມ່ນຊັ້ນ Heterosphere ເຊິ່ງແມ່ນຊັ້ນຂອງບັນຍາກາດເບົາຕ່າງໆເຊັ່ນ: ອາສົດ,ຮີໂດຣແຊນ,ເຮລິອອມ...ເປັນຕົ້ນ.
Ø  ແຕ່ 640ກຶໂລແມັດຂຶ້ນໄປຈຸດໜັກແມ່ນມີແຕ່ກາສຈຳພວກຮີໂດຣແຊນແລະເຮລີອອມ.ຊັ້ນນີ້ເອີ້ນວ່າຊັ້ນ Exosphere.ເຊິ່ງແມ່ນຊັ້ນທີ່ໂມລິກຸນຂອງອາກາດມີລັກສະນະເບົາບາງທີ່ສຸດແລະມີນ້ຳໜັກຕໍ່າທີ່ສຸດ ທັງມີທ່າອ່ຽງຈະປິວອອກຈາກບັນຍາກາດໄປເພາະແຮງດຶງດູດຕໍ່ໂລກຂອງມັນອອ່ນຫຼາຍ.

. ແບ່ງຕາມການປ່ຽນແປງຂອງອຸນຫະພູມ:
ອີງຕາມລັກສະນະການປ່ຽນແປງຂອງອຸນຫະພູມໃນຍ່ານຕ່າງໆຂອງບັນຍາກາດເພີ່ນແບ່ງຊັ້ນອອກເປັນ4ຊັ້ນຄື:
Ø  ຊັ້ນ Troposphere : ອຸນຫະພູມຫຼຸດລົງຕາມລະດັບຄວາມສູງ,ຍິ່ງສູງຂຶ້ນໄປເທົ່າໃດອາກາດກໍ່ຍິ່ງເຢັນລົງ,ອຸນຫະພູມລົດລົງປະມານ oອົງສາ 60 ຕໍ່ທຸກໆໄລຍະ 100m ຕໍ່ຈາກໜ້າດິນຂຶ້ນໄປແລະເມື່ອສູງຂຶ້ນເຖິງເຂດສູງສຸດຂອງບັນຍາກາດຊັ້ນນີ້ແລ້ວອຸນຫະພູມກໍ່ມີລັກສະນະຄົງທີ່ຄືປະມານ -57 ອົງສາcຫາ -6oອົງສາc.

Ø  ຊັ້ນ Stratosphere: ໃນເບື້ງຕົ້ນອຸນຫະພູມຢູ່ໃນລະດັບທີ່ຕໍ່າພໍເທົ່າໆກັບຢູ່ເຂດສູງສຸດຊອງຊັ້ນ Troposphere ແລະມີລັກສະນະເກືອບຄົງທີ່ຄືມັນລົດລົງໜ້ອຍທີ່ສຸດຕາມລະດັບຄວາມສູງ.ແລ້ວຈາກນັ້ນມັນກໍ່ຄ່ອຍໆເພີ່ມຂຶ້ນຕາມລະດັບຄວາມສູງແລະສາມາດເພີ່ມຂຶ້ນເຖິງ 1ooອົງສາcເມືອຂຶ້ນໄປເຖິງຊັ້ນເຂດແບ່ງອາກາດStratopause.

Ø  ຊັ້ນ Mesosphere: ອຸນຫະພູມຫຼຸດລົງຕາມລະດັບຄວາມສູງແລະລົດລົງຕໍ່າກ່ວາຢູ່ຊັ້ນ Troposphere ເສຍອີກຄືເມື່ອຂຶ້ນໄປຮອດເຂດແບ່ງຊັ້ນອາກາດ Mesosphere ນັ້ນມັນລົງຕໍ່າຮອດ-100 ອົງສາC.


  • ຊັ້ນ Thermosphere: ອຸນຫະພູມຂຶ້ນຕາມລະດັບຄວາມສູງ,ເມື່ອຂຶ້ນໄປຕາມລະດັບສູງ120 ກິໂລແມັດຫາ150 ອຸນຫະພູມສາມາດຂຶ້ນເຖິງ200 ອົງສາເຊ.

​ສະ​ພາບ ແລະ ລັກ​ສະ​ນະ​ຂອງ​ບັນ​ຍາ​ກາດ

​ຄຳວ່າ”ບັນຍາກາດ”ໜາຍເຖິງອາກາດທີ່ອອ້ມຕົວເຮົາ ລວມທັງຫຼືບ ຫຼືຊັ້ນອາກາດທີ່ຫຸ້ມຫໍ່ໜວ່ຍໂລກ ຕັ້ງແຕ່ໜ້າດີນຂື້ນໄປ ຈົນເຖິງທີ່ສິ້ນສຸດຂອງອາກາດ.ອາກາດບໍ່ຕ່າງຫຍັງກັບສິ່ງອື່ນໆ ຄືຕົກຢູ່ໃນອຳນາດແຫ່ງກຳລັງດຶງດູດຂອງໂລກ ແລະ ຕິດຕາມໂລກໄປໃນຂະນະທີ່ໂລກໂຄຈອນອອ້ມດວງຕາເວັນ.ບໍ່ພຽງແຕ່ເທົ່ານັ້ນມັນຍັງມີການໜູນວຽນປິ່ນໄປ ພ້ອມໆກັບການໜູນປິ່ນຂອງໜວ່ຍໂລກ.ຖ້າບໍ່ດັ່ງນັ້ນແລ້ວ,ຢູ່ເທິງໜ້າໂລກ ກໍຈະເກີດມີລົມພັດແຮງທີ່ສຸດໂດຍສະເພາະແມ່ນຢູ່ເຂດສູນສຸດ ຊຶ່ງຈະມີລົມພັດແຮງເຖິງ 1666 ກິໂລແມັດຕໍ່ຊົ່ງໂມງ.
ເນື່ອງຈາກວ່າອາກາດເປັນສະສານ ຫຼື ວັດຖຸ ເຮົາຈຶ່ງສາມາດສຳຜັດໄດ້ດ້ວຍກາຍະອີນຊີ,ຖືວ່າ ເຮົາຈະຮູ້ສຶກໄດ້ເມື່ອເວລາມັນເຄື່ອນທີ່ ຫຼື ເໜັງຕີງ.ອາກາດຍັງເປັນສິ່ງທີ່ມີນໍ້າໜັກ ຊຶ່ງເຮົາສາມາດຊັ່ງຕວງໄດ້ ແລະ ມັນຍັງມີຄວາມກົດດັນອີກ ຊຶ່ງບໍ່ສະເພາະແຕ່ດັນລົງເທົ່ານັ້ນ ແຕ່ຍັງດັນໄປທາງຂ້າງອີກດ້ວຍ.
ຍ້ອນມີລັກສະນະບີບຕົວໄດ້,ສະນັ້ນ ອາກາດຈຶ່ງມີຄວາມໜາແໜ້ນຫຼາຍທີ່ສຸດ ຢູ່ໃນຊັ້ນຕໍ່າສຸດຂອງບັນຍາກາດ ແລະ ຄວາມໜ້າແໜ້ນດັ່ງກ່າວນີ້ ກໍຈະຫຼຸດລົງໄປ ເລື້ອຍໆຕາມສ່ວນຂອງອາກາດທີ່ຍັງເຫຼືອ ໃນລະດັບທີ່ຢູ່ເທິງຖັດກັນຂື້ນໄປນັ້ນ.ໜາຍຄວາມວ່າ ບໍລິມາດສ່ວນໃຫ່ຍຂອງອາກາດ ໄດ້ເຕົ້າໂຮມກັນຢູ່ຫຼືບ ຫຼືຊັ້ນຕໍ່າສຸດຂອງບັນຍາກາດ ແລະ ຖ້າຂື້ນສູງໄປຈາກໜ້າດີນຫຼາຍເທົ່າໃດ ອາກາດກໍນັບມື້ນັບຈືດຈາງລົງ ຈົນໃນທີ່ສຸດກໍຈະບໍ່ມີອາກາດອີກເມື່ອຂຶ້ນໄປເຖິງລະດັບສູງປະມານ ແຕ່ 800 ຫາ 1500 ກິໂລແມັດ.
ບັນຍາກາດທີ່ຫຸ້ມຫໍ່ໂລກເຮົານີ ມີອຸນຫະພູມ ແລະ ຄວາມໜາແໜ້ນ ໃນແຕ່ລະເຂດບໍ່ສະໜໍ່າສະເໜີກັນ,ເພາະໂລກຂອງເຮົາ ໄດ້ຮັບລັງສີຈາກດວງຕາເວັນບໍ່ສະໜໍ່າສະເໜີກັນທົ່ວທຸກບ່ອນ.ອາກາດໃນເຂດສູນສູດ ຫຼື ເຂດຮ້ອນ ບ່ອນທີ່ແສງຕາເວັນສາມາດຕັ້ງສາກໃສ່ໜ້າດິນຢ່າງປົກກະຕິນັ້ນ ກໍຈະມີອຸນຫະພູມສູງກວ່າ ແລະ ມີຄວາມໜາແໜ້ນໜ້ອຍກວ່າອາກາດ ຢູ່ເຂດຂົ້ວໂລກ.ອາກາດໃນສວ່ນຂອງໂລກທີ່ເປັນກາງເວັນກໍບ່ອນມີອຸນຫະພູມສູງກວ່າ ຢູ່ໃນສ່ວນ ທີ່ເປັນກາງຄືນ ຫຼື ອາກາດຢູ່ເຟື້ອງໂລກທີ່ເປັນລະດູຮ້ອນ ກໍຈະມີອຸນຫະພູມສູງກວ່າ ຢູ່ໃນສ່ວນ ຊຶ່ງເປັນລະດູໜາວ.
ຢູ່ໃນຊັ້ນຕໍ່າສຸດຂອງບັນຍາກາດນີ້ ອາກາດມີການໜູນວຽນ ແລະ ປ່ຽນແປງລັກສະນະຢູ່ຕະຫຼອດເວລາ ຄື ມັນອາດຈະເຢັນ ຫຼື ຮ້ອນ,ໜັກ ຫຼື ເບົາ,ສະຫງົບນິ້ງ ຫຼື ເຄື່ອນທີ່ ແລະ ແຫ້ງ ຫຼື ຊຸ່ມ ເປັນຕົ້ນ. ລັກສະນະຕ່າງໆເຫຼົ່ານີ້ ສະແດງອອກໃຫ້ເຫັນ ດ້ວຍປະກົດການຕ່າງໆຂອງບັນຍາກາດ ເຊັ່ນຝົນຕົກ,ລົມພັດ,ອຸນຫະພູມຕໍ່າລົງ ຫຼື ສູງຂື້ນ ແລະ ອື່ນໆ.ອາກາດຢູ່ຊັ້ນດັ່ງກ່າວນີ້ ມີຜົນສະທ້ອນໂດຍກົງຕໍ່ການດຳລົງຊີວິດຂອງສິ່ງທີ່ມີຊີວິດທົ່ວໆໄປ ແລະ ມີອິດທິພົນຕໍ່ການແບ່ງປັນ ຫຼື ແຈກຢາຍເຂດທຳມະຊາດຕ່າງໆຢູ່ເທິງໜ້າໂລກ.ບາງຄັ້ງ ມັນຍັງໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ເຊັ່ນວ່າ ເກີດລົມພາຍຸແຮງ,ຝົນຕົກໜັກ,ອາກາດ ໜາວຈັດ ຫຼື ຮ້ອນຈັດ ແລະ ອື່ນໆ ໂດຍທີ່ບັນດາປະກົດການຕ່າງໆເຫຼົ່ານີ້ ສາມາດທຳລາຍ ເຄື່ອງປູກຝັງ,ເຮືອນຊານບ້ານຊ່ອງ ແລະ ນຳເອົາຄວາມລົ້ມຕາຍມາສູ່ມະນຸດເຮົາໄດ້.
ການທີ່ບັນຍາກາດ ມີການໜູນວຽນປ່ຽນແປງຢູ່ສະເໜີ ແລະ ມີການໄຫຼຖ່າຍເທສັນຈອນໄປມາຢູຕະຫຼອດ ຕາມວັນເວລາ ແລະ ສະຖານທີ່ຕ່າງໆນັ້ນ ໄດ້ພາໃຫ້ເກີດມີລັກສະນະຕ່າງໆຂອງອາກາດ ໃນໄລຍະ ຫຼື ວັນໜຶ່ງໆ ຊຶ່ງເຮົາເອີ້ນວ່າ “ກາລະອາກາດ” ຫຼື “ຟ້າອາກາດ”ຫຼື ອາກາດປະຈໍາເວລາ ແລະ ເມື່ອເກີດລັກສະນະໃນທຳນອງດຽວກັນນີ້ ຕິດຕໍ່ກັນເປັນໄລຍະຍາວນານເປັນປີໆແລ້ວ ມັນກໍຈະກາຍເປັນ “ພູມີອາກາດ” ຫຼື ອາກາດປະຈຳຖິ່ນ.
​ລຳ​ເພີນ ຮັກ​ເມຍ​ຫຼວງ​ຫວງ​ເມຍ​ນ້ອຍ
ລະຮັກເມຍຫຼວງຫວງເມຍນ້ອຍ ຫົວໃຈມັນຫຼຸດລອຍໃຈມັນຄ້ອຍ ສິແຕກແຫຼ່ງ ສິແຕກແຫຼ່ງ
ລະເຫັນເມຍຫຼວງພັດແຫ່ງຄ້ອຍ ເຫັນເມຍນ້ອຍພັດຊື່ນໃຈ ເອີ່....
ລະປະໃຜກະບໍ່ໄດ້ ສິລົມໃຜກະບໍ່ໄດ້ ຍ້ອຍເມຍໃຫຍ່ແມ່ນລາວຫວງ ເອີ່.....
ຫ່ວງຫຼາຍເດ ຄິດນຳຫຼາຍ ອ້າຍມັກຫຼາຍ ແມ່ນເມຍນ້ອຍເອີ່.....

ໂອຍເດນາງ ຫົົວໃຈຂ້ອຍມັນເປັນຮອຍແຕກແຫຼ່ງ ຄືດັ່ງຟ້າຜ່າແລ້ງ ລົງກັ້ນເຄີ່ງທາງ
ບຸນອ້າຍສ້າງມາແຕ່ປາງຫຼັງ( ຊ )
 ຈັ່ງໄດ້ເມຍສອງຄົນ ຈອງແນນເອົາໄວ້
ຫົວໃຈກຸ້ມຄືສົມຮວຍໄວ້ຖ່ານ ທໍລະມານແຕ່ອ້າຍຫົວໃຈແຍກແບ່ງສອງ
ຄັນສິຮ້າງບັດເມຍໃຫຍ່ໃຈດີ(ຊ) ມີລາສີຄວາມງາມແມ່ເຮືອນຄວງເຄົ້າ
ຍາມກິນເຂົ້າພາງາຍກໍ່ແຕ່ງພາແລງກໍ່ຕັ້ງຍໍຍ້ອງຮັບຜົວ 
ອ້າຍກະຮູ້ເຈົ້າຢູ່ຄືກັນຄວາມສຳພັນພົວເມຍຮັກມາເກີນຮ້ອຍ
ເມຍນ້ອຍມັນຊ່າງເອົາໃຈມັນອົດບໍ່ໄຫວຫົວໃຈຂາດລົງ
ຍັງສາວລະຂາວງາມຄິ້ວກົ່ງໜ້າຜາກກໍ່ໂຄ້ງເໜືອວົງພະຈັນ 
ອົດກັ້ນຫົວໃຈບໍ່ໄຫວສິຫຼອຍເມຍໃຫຍ່ໄປຫານ້ອງຈັກຄືນ 
ຈົ່ງເຫັນໃຈອ້າຍແນ່ຂວັນຍືນ(ຊ)
ເມື່ອຕອນກາງຄືນສິຫຼອຍເມຍມາຢາມ
ໂອຍເດນາງ ອົດທົນກັ້ນເອົາໄວ້ບໍ່ຢູ່ມັນຄິດເຫັນແຕ່ຊູ້ເມຍນ້ອຍນັ່ງຄອຍ 
ຄິດຈ້ອຍໆສິຫຼອຍໃຫຍ່ມາຫາ(ຊ)
ວັນໃດມີເວລາສິຫ່າງເມຍມາໃກ້ 
........ຈົ່ງເຫັນໃຈອ້າຍແນ່ຈັກໜ່ອຍບໍ່ເຫັນເມຍນ້ອຍອ້າຍກືນເຂົ້າບໍ່ລົງ
ມັນເປັນລະມືນໆງົງໆ(ຊ) 
ເມຍໃຫຍ່ຕົກລົງສິຫຼອຍເມຍນ້ອຍມາເຮືອນ 
ຂໍວອນເຈົ້າເມຍແພງຢ່າໜ່າຍ(ຊ)
ຢ່າຊາຄົນອື່ນເວົ້າສິເອົາເຈົ້າຄູ່ກັນ
ແຕ່ວ່ານັ້ນມັນຜິດຢູ່ຄອງທຳຜິດຕຳລາເຄີຍສອນຮີດຄອງມີໄວ້
ໃຈຂອງອ້າຍບໍ່ຍອມວາງປະປ່ອຍມັນຄິດເຫັນຈ້ອຍໆສິເອົາເຈົ້າຮ່ວມສອງ

ນອນອ້ອມຂ້າງໃຫ້ຜົວຢູ່ທາງກາງ(ຊ) ໃຫ້ສອງນາງແພງກັນອ້າຍຄິດເຫັນແຕ່ວັນນັ້ນ ອ້າຍໄຝ່ຝັນແຕ່ດົນແລ້ວ

ເນື້ອ​ເພງ ສາວ​ຊຽງ​ຂວາງ

ເພງ ສາວຊຽງຂວາງ


ເຖິງແຜ່ນດິນອັນແສນຮັກແພງ

ຂອງປະຊາລາວຜູ້ອາດຫານ

ຍັງມີສາວສວຍງາມເຫຼືອເກີນ

ເຊີນແມ໋ເຊີນ ອ້າຍທະຫານ ພະນັກງານທົ່ວໜ້າ

ເຊີນມາແວ່ຍາມສາວຊຽວຂວາງ

ມາແວ່ເບີ່ງຈັກມື້ຈັກວັນ

ເມື່ອຮອດຍາມເຂົ້າໃນນາຂຽວງາມອຸ່ມທຸ່ມ

ປ່າມັນຕົ້ນໄຮ່ສາລີຂຽວອຸ່ມທົ່ວໂນນພູ

ໃຜກໍ່ກໍ່ຍ້ອງວ່າສາວບ້ານເຮົາຈັ່ງແມ່ນເກັ່ງແທ້ໜາ

ເຮັດນາກກໍ່ໄດ້ໄປລຳລຽງກໍ່ເກັ່ງ

ຢູ່ກ້ອງຮົ່ມແປກລົມພັດວີ່ວອນໜ້າອອນຊອນແມ່ນສາວກອງຫຼອງແມ່ນກອງຮ້ອຍສິບສອງມິລີແປດ
ພວມມເຝິກແອບວິຊາທະຫານ

ເພື່ອຕ້ານທານກັບໂຈນອາກາດເມລິກາ

...........ໂອ໊ສາວຊຽງຂວາງ ສາວບ້ານເຮົາ ສົມທີ່ເປັນຍິງໜຸ່ມລາວ

ພິລະອາດຫານສົມເປັນລູກຫຼານຂອງປະຊາຊົນ

ເໝືອນົກແອ່ນບິນເຈີດທົ່ວເມືອງລາວໜ້າຮັກແທ້ແມ່ສາວຊຽງຂວາງ

ໜ້າສວຍໆຕາດຳໆຄຳກົມຄີງບາງ


ບ່າພາຍປືນຍີ້ມແຍ້ມແຈ່ມໃສ ພວມກ້າວໄປຕາມເສັ້ນທາງປົດປ່ອຍປະເທດຊາດ

วันอังคารที่ 16 พฤษภาคม พ.ศ. 2560

ເນື້ອເພງ ຜ່ານຊາຍອ້າຍບໍ່ແຄ

ເພງ ຜ່ານຊາຍແຕ່ອ້າຍບໍ່ແຄ Full MV
ເພງ ຜ່ານຊາຍແຕ່ອ້າຍບໍ່ແຄ

ອ້າຍງຶດໃຈແຟນເຈົ້າອີຫຼີ
ນ້ອງທັ້ງງາມທັ້ງດີຄືໜີປະນ້ອງ
ປ່ອຍໃຫ້ເຈົ້າເປັນສາວມືສອງ
ອ້ານເຫັນນ້ຳຕານ້ອງຕ້ອງມາເຊັດໃຫ້
ມີຂອງດີບໍ່ຮູ້ຮັກສາ
ເຈົ້າຄືຖິ້ມຄືປະບໍ່ຮັກສາໄວ້
ອ້າຍມາເຫັນຈື່ງເປັນຄົນປົວໃຈ
----ມັນບໍ່ເຈື່ອນຄືກັບຝັ່ງເຊ
ມັນບໍ່ເພຄືດັ່ງແທ
ອ້າຍສິເອົາຮັກແທ້ແຊ່ໃຫ້ກິນ
ເລື່ອງຜ່ານຊາຍອ້າຍບໍ່ຖືຊາ
ຢູ່ທີ່ວ່າເຮົາເຂົ້າໃຈກັນ
ມາຮ່ວມໃຈສ້າງຝັນໃຫ້ມັນຮັ່ງມີ
ຕໍ່ໄປນີ້ມີຂ້ອຍແລະເຈົ້າ
ເລື່ອງແຟນເກົ່າຢ່າເອົາໃສ່ໃຈ
ອ້າຍຂໍບອກເປັນຄຳສຸດທ້າຍ
ເຖິງນ້ອງຜ່ານຊາຍແຕ່ອ້າຍບໍ່ແຄ