วันพุธที่ 24 พฤษภาคม พ.ศ. 2560

​ສະ​ພາບ ແລະ ລັກ​ສະ​ນະ​ຂອງ​ບັນ​ຍາ​ກາດ

​ຄຳວ່າ”ບັນຍາກາດ”ໜາຍເຖິງອາກາດທີ່ອອ້ມຕົວເຮົາ ລວມທັງຫຼືບ ຫຼືຊັ້ນອາກາດທີ່ຫຸ້ມຫໍ່ໜວ່ຍໂລກ ຕັ້ງແຕ່ໜ້າດີນຂື້ນໄປ ຈົນເຖິງທີ່ສິ້ນສຸດຂອງອາກາດ.ອາກາດບໍ່ຕ່າງຫຍັງກັບສິ່ງອື່ນໆ ຄືຕົກຢູ່ໃນອຳນາດແຫ່ງກຳລັງດຶງດູດຂອງໂລກ ແລະ ຕິດຕາມໂລກໄປໃນຂະນະທີ່ໂລກໂຄຈອນອອ້ມດວງຕາເວັນ.ບໍ່ພຽງແຕ່ເທົ່ານັ້ນມັນຍັງມີການໜູນວຽນປິ່ນໄປ ພ້ອມໆກັບການໜູນປິ່ນຂອງໜວ່ຍໂລກ.ຖ້າບໍ່ດັ່ງນັ້ນແລ້ວ,ຢູ່ເທິງໜ້າໂລກ ກໍຈະເກີດມີລົມພັດແຮງທີ່ສຸດໂດຍສະເພາະແມ່ນຢູ່ເຂດສູນສຸດ ຊຶ່ງຈະມີລົມພັດແຮງເຖິງ 1666 ກິໂລແມັດຕໍ່ຊົ່ງໂມງ.
ເນື່ອງຈາກວ່າອາກາດເປັນສະສານ ຫຼື ວັດຖຸ ເຮົາຈຶ່ງສາມາດສຳຜັດໄດ້ດ້ວຍກາຍະອີນຊີ,ຖືວ່າ ເຮົາຈະຮູ້ສຶກໄດ້ເມື່ອເວລາມັນເຄື່ອນທີ່ ຫຼື ເໜັງຕີງ.ອາກາດຍັງເປັນສິ່ງທີ່ມີນໍ້າໜັກ ຊຶ່ງເຮົາສາມາດຊັ່ງຕວງໄດ້ ແລະ ມັນຍັງມີຄວາມກົດດັນອີກ ຊຶ່ງບໍ່ສະເພາະແຕ່ດັນລົງເທົ່ານັ້ນ ແຕ່ຍັງດັນໄປທາງຂ້າງອີກດ້ວຍ.
ຍ້ອນມີລັກສະນະບີບຕົວໄດ້,ສະນັ້ນ ອາກາດຈຶ່ງມີຄວາມໜາແໜ້ນຫຼາຍທີ່ສຸດ ຢູ່ໃນຊັ້ນຕໍ່າສຸດຂອງບັນຍາກາດ ແລະ ຄວາມໜ້າແໜ້ນດັ່ງກ່າວນີ້ ກໍຈະຫຼຸດລົງໄປ ເລື້ອຍໆຕາມສ່ວນຂອງອາກາດທີ່ຍັງເຫຼືອ ໃນລະດັບທີ່ຢູ່ເທິງຖັດກັນຂື້ນໄປນັ້ນ.ໜາຍຄວາມວ່າ ບໍລິມາດສ່ວນໃຫ່ຍຂອງອາກາດ ໄດ້ເຕົ້າໂຮມກັນຢູ່ຫຼືບ ຫຼືຊັ້ນຕໍ່າສຸດຂອງບັນຍາກາດ ແລະ ຖ້າຂື້ນສູງໄປຈາກໜ້າດີນຫຼາຍເທົ່າໃດ ອາກາດກໍນັບມື້ນັບຈືດຈາງລົງ ຈົນໃນທີ່ສຸດກໍຈະບໍ່ມີອາກາດອີກເມື່ອຂຶ້ນໄປເຖິງລະດັບສູງປະມານ ແຕ່ 800 ຫາ 1500 ກິໂລແມັດ.
ບັນຍາກາດທີ່ຫຸ້ມຫໍ່ໂລກເຮົານີ ມີອຸນຫະພູມ ແລະ ຄວາມໜາແໜ້ນ ໃນແຕ່ລະເຂດບໍ່ສະໜໍ່າສະເໜີກັນ,ເພາະໂລກຂອງເຮົາ ໄດ້ຮັບລັງສີຈາກດວງຕາເວັນບໍ່ສະໜໍ່າສະເໜີກັນທົ່ວທຸກບ່ອນ.ອາກາດໃນເຂດສູນສູດ ຫຼື ເຂດຮ້ອນ ບ່ອນທີ່ແສງຕາເວັນສາມາດຕັ້ງສາກໃສ່ໜ້າດິນຢ່າງປົກກະຕິນັ້ນ ກໍຈະມີອຸນຫະພູມສູງກວ່າ ແລະ ມີຄວາມໜາແໜ້ນໜ້ອຍກວ່າອາກາດ ຢູ່ເຂດຂົ້ວໂລກ.ອາກາດໃນສວ່ນຂອງໂລກທີ່ເປັນກາງເວັນກໍບ່ອນມີອຸນຫະພູມສູງກວ່າ ຢູ່ໃນສ່ວນ ທີ່ເປັນກາງຄືນ ຫຼື ອາກາດຢູ່ເຟື້ອງໂລກທີ່ເປັນລະດູຮ້ອນ ກໍຈະມີອຸນຫະພູມສູງກວ່າ ຢູ່ໃນສ່ວນ ຊຶ່ງເປັນລະດູໜາວ.
ຢູ່ໃນຊັ້ນຕໍ່າສຸດຂອງບັນຍາກາດນີ້ ອາກາດມີການໜູນວຽນ ແລະ ປ່ຽນແປງລັກສະນະຢູ່ຕະຫຼອດເວລາ ຄື ມັນອາດຈະເຢັນ ຫຼື ຮ້ອນ,ໜັກ ຫຼື ເບົາ,ສະຫງົບນິ້ງ ຫຼື ເຄື່ອນທີ່ ແລະ ແຫ້ງ ຫຼື ຊຸ່ມ ເປັນຕົ້ນ. ລັກສະນະຕ່າງໆເຫຼົ່ານີ້ ສະແດງອອກໃຫ້ເຫັນ ດ້ວຍປະກົດການຕ່າງໆຂອງບັນຍາກາດ ເຊັ່ນຝົນຕົກ,ລົມພັດ,ອຸນຫະພູມຕໍ່າລົງ ຫຼື ສູງຂື້ນ ແລະ ອື່ນໆ.ອາກາດຢູ່ຊັ້ນດັ່ງກ່າວນີ້ ມີຜົນສະທ້ອນໂດຍກົງຕໍ່ການດຳລົງຊີວິດຂອງສິ່ງທີ່ມີຊີວິດທົ່ວໆໄປ ແລະ ມີອິດທິພົນຕໍ່ການແບ່ງປັນ ຫຼື ແຈກຢາຍເຂດທຳມະຊາດຕ່າງໆຢູ່ເທິງໜ້າໂລກ.ບາງຄັ້ງ ມັນຍັງໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ເຊັ່ນວ່າ ເກີດລົມພາຍຸແຮງ,ຝົນຕົກໜັກ,ອາກາດ ໜາວຈັດ ຫຼື ຮ້ອນຈັດ ແລະ ອື່ນໆ ໂດຍທີ່ບັນດາປະກົດການຕ່າງໆເຫຼົ່ານີ້ ສາມາດທຳລາຍ ເຄື່ອງປູກຝັງ,ເຮືອນຊານບ້ານຊ່ອງ ແລະ ນຳເອົາຄວາມລົ້ມຕາຍມາສູ່ມະນຸດເຮົາໄດ້.
ການທີ່ບັນຍາກາດ ມີການໜູນວຽນປ່ຽນແປງຢູ່ສະເໜີ ແລະ ມີການໄຫຼຖ່າຍເທສັນຈອນໄປມາຢູຕະຫຼອດ ຕາມວັນເວລາ ແລະ ສະຖານທີ່ຕ່າງໆນັ້ນ ໄດ້ພາໃຫ້ເກີດມີລັກສະນະຕ່າງໆຂອງອາກາດ ໃນໄລຍະ ຫຼື ວັນໜຶ່ງໆ ຊຶ່ງເຮົາເອີ້ນວ່າ “ກາລະອາກາດ” ຫຼື “ຟ້າອາກາດ”ຫຼື ອາກາດປະຈໍາເວລາ ແລະ ເມື່ອເກີດລັກສະນະໃນທຳນອງດຽວກັນນີ້ ຕິດຕໍ່ກັນເປັນໄລຍະຍາວນານເປັນປີໆແລ້ວ ມັນກໍຈະກາຍເປັນ “ພູມີອາກາດ” ຫຼື ອາກາດປະຈຳຖິ່ນ.

1 ความคิดเห็น:

  1. ไม่ระบุชื่อ30 มกราคม 2565 เวลา 14:23

    Betway Casino Review - Download & Install Guide
    Find out how to download Betway online casino. Learn more about the mobile app, mobile bonuses, 메리트 카지노 betting features and how to 바카라 사이트 claim the kadangpintar Welcome

    ตอบลบ