วันเสาร์ที่ 13 สิงหาคม พ.ศ. 2559

ເນື້ອເພງ ກຸຫຼາບແທນກາຍ


ເນື້ອຮ້ອງ ແລະ ທຳນອງໂດຍ: ສໍ ແສງສິຣິວັນ
ຮ້ອງໂດຍ: ສົມຟອງ


ກຸຫຼາບດອກນີ້                     ຊ່າງງາມດີນ້ອງນີ້ຂໍມອບໃຫ້
ເພື່ອເປັນຂວັນໃຈ                    ແກ່ຍອດຊາຍທີ່ປາຖະໜາ
ກຸຫຼາບກິ່ນຫອມ                    ນ້ອງຖະໜອມຢູ່ທຸກວັນເວລາ
ແຕ່ເພື່ອອ້າຍດອກໜາ                    ນ້ອງຈື່ງເດັດມາມອບໃຫ້ແທນກາຍ
ກຸຫຼາບດອກນີ້                      ປຽບຊີວີນ້ອງຖອດແຝງສະຖິດ
ເມື່ອໃດໝອງຈິດ                    ໂປດຢ່າຄິດຢຽບຢ່ຳທຳລາຍ
ຂໍຈົ່ງຮັກສາ                   ແມ່ນບຸບຜາຈະຊ້ຳສີແຫ້ງໃບ
ແຕ່ອ້າຍຢ່າປ່ຽນໃຈ                    ຢ່າຄິດແໜງໜ່າຍຊັງເຈົ້າຂອງກຸຫຼາບ
ບຸບຜາປ່ຽນໄປ                  ປຽບຮ່າງກາຍຂອງຄົນເຮົານີ້
ໜຸ່ມແໜ້ນຕຶງດີ                   ເຖົ້າແກ່ເສຍສີປ່ຽນແປງຕາມສະພາບ
ເວັ້ນແຕ່ຫົວໃຈ                    ມີປ່ຽນໄປເໝືອນດັ່ງກຸຫຼາບ
ຍິ່ງນານຮັກຊຶມຊາບ                  ຊວງໃນ ຖ້າມີໃຜຮັກຈິງ
ກຸຫຼາບດອກດຽວ                   ປຽບຮັກດຽວນ້ອງຝາກຝັງຕໍ່ອ້າຍ
ບໍ່ມີສອງໃຈ                   ຝາກກັນໄວ້ ດ້ວຍກຽດຂອງຍິງ
ຂໍແຕ່ຕົວອ້າຍ                    ນັ້ນຢ່າໝາຍພຽງຫວັງຊົມແນບອີງ
ຈົ່ງຮັກຈາກໃຈຈິງ                     ແລ້ວທຸກສິ່ງຈະເປັນຂອງອ້າຍເລີຍ


ທ່ານສາມາດກົດໄປທີ່ ຊື່ເພງ ເພື່ອຮັບຟັງເພງນີ້ໄດ້.
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ

ເນື້ອເພງ ກຸຫຼາບປາກເຊ


ເນື້ອຮ້ອງ ແລະ ທຳນອງໂດຍ: ບຸນທະມາລີ ບຸນຊ່ວຍ
ຮ້ອງໂດຍ: ບຸນທະມາລີ ບຸນຊ່ວຍ


ກຸຫຼາບປາກເຊ                    ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ
ຫອມດວງມາລາ          ນືກຢາກໄດ້ບູຊາ          ໃນເມື່ອຍາມຣາຕີ
ສີ່ງທີ່ພາເບີກບານ                    ໃນສະຖານບ້ານເຮົາ
ງາມຈິງບໍ່ເສົ້າ          ທຳໃຫ້ເຮົາງາມຍິ່ງ      ເປັນທີ່ສີ່ງເຕືອນຕາ
ຫອມຊື່ນວິນຍານ                    ດວງມາລາງາມຍິ່ງ
ອັນເປັນສິ່ງຕ້ອງຕາ                     ດວງມາລາເຄີຍຊົມ (ຊ້ຳ)
ກຸຫຼາບປາກເຊ                    ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ
ກຸຫຼາບຂອງໃຜ     ນຶກຢາກໃສ່ພານທອງ     ບໍ່ໃຫ້ເສົ້າໝອງສີ
ເຈົ້າມາລີແຄມເຊ                    ເອົາໄວ້ເອ້ໄວ້ດົມ
ດູດອກແລະໃບ          ງາມຕິດໃຈທຸກສີ່ງ          ຄົງບໍ່ມີວັນລືມ
ບໍ່ຄວນຢູ່ປ່ຽວ                    ກົວຈະຫ່ຽວແຫ້ງໄປ
ດູອັນໃດງາມຍິ່ງ                    ທຸກໆສີ່ງຕ້ອງຕາ (ຊ້ຳ)
ເຮົາເຄີຍເດັດດົມ     ຍາມແລງເຄີຍຊົມ     ຕາມສາຍລົມແຄມເຊ
ເມື່ອສາຍລົມເລລວນ                    ກີ່ນນັ້ນຊວນໃຈເຮົາ
ຄິດເຖິງຄວາມເກົ່າ     ທີ່ເຮົາເຄີຍມີມາ     ເຄີຍເບີກບານດອມກັນ
ຍອມລົມຫາຍໃຈ                   ຮັກບໍ່ມີວັນວາຍ
ແສນເສຍດາຍດວງນັ້ນ                    ທຸກຄືນວັນບໍ່ວາຍ (ຊ້ຳ)
ກຸຫຼາບປາກເຊ                   ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ


ທ່ານສາມາດກົດໄປທີ່ ຊື່ເພງ ເພື່ອຮັບຟັງເພງນີ້ໄດ້.
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ.ຊື່ເພງ: ກຸຫຼາບປາກເຊ
 

วันอังคารที่ 2 สิงหาคม พ.ศ. 2559

ເນື້ອເພງ ກຸຫຼາບປາກຊັນ

ເນື້ອຮ້ອງ ແລະ ທຳນອງໂດຍ: ສຸຣິວັດ ຣັດຕະນະສະຫວັນ
ຮ້ອງໂດຍ: ຄຳເຕີມ ຊານຸບາ


ແດນດິນຖິ່ນໄກ                    ເຫຼືອຕາ
ຢູ່ສຸດນະພາ                    ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນຈະມົວຫຼົງ                    ເຝົ້າຝັນພະວົງຫຼົງຕິດຕາມ
ສາວເອີຍສາວງາມ                    ງາມເຫຼືອໃຈ

ງາມຈິງດັ່ງຄຳ                    ເຂົາຊົມ
ຫາກໄດ້ສຸກສົມ                    ຊື່ນຊົມກັບນ້ອງສົມໃຈ
ອ້າຍຂໍໄຝ່ຝັນແຕ່ນາງດຽວ                    ບໍ່ຂໍຂ້ອງກ່ຽວຍິງອື່ນໃດ
ເຝົ້າແຕ່ຫຼົງໄຫຼ                    ໄຝ່ຝັນໃຈປອງ

ໂອ.....ກຸຫຼາບ                    ສະຫວັນ
ແຫ່ງເມືອງປາກຊັນ                    ທີ່ອ້າຍໄຝ່ຝັນໝາຍປອງ
ໃຈ...ຫວັງຢູ່ຄຽງປະຄອງ                    ກຸຫຼາບເປັນສີດັ່ງທອງ
ເມື່ອຍາມແສງສ່ອງ                    ຈາກດວງສຸລີ

ຍາມແລງຄ່ຳລົງ                    ນ້ຳຊັນ
ໂອບໍລິຄັນ                    ນ້ຳຊັນໄຫຼຜ່ານໃສດີ
ແລເຫັນໝູ່ສາວເຈົ້າລ່ອງລອຍ                    ໝູ່ປາໃຫຍ່ນ້ອຍລອຍຫຼີ້ນຄີ
ສີ້ນແສງສຸລີ                    ອາບສີແສງຈັນ


ທ່ານສາມາດກົດທີ່    ຊື່ເພງ   ເພື່ອຮັບຟັງເພງນີ້ໄດ້
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງ ບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ