วันศุกร์ที่ 22 มิถุนายน พ.ศ. 2561

ປະຫວັດຄວາມເປັນມາຂອງວິຊາຈິດຕະວິທະຍາພັດທະນາການ

​ຈິດຕະວິທະຍາພັດທະນາການເປັນຈິດຕະວິທະຍາສາຂາໄໝ່ ເຊີ່ງພັດທະນາມາຈາກຈິດຕະວິທະຍາເດັກ ແລະ ຈິດຕະວິທະຍາໄວລຸ້ນ. ຄວາມກ້າວໜ້າທາງການແພດ ເຮັດໃຫ້ຄົສ່ວນຫຼາຍໃນໂລກ ມີອາຍຸຍືຍຍາວໄປຈົນເຖິງໄວກາງຄົນ ແລະ ໄວສູງອາຍຸ ອີກທັ້ງຄວາມກ້າວໜ້າທາງການແພດ ແລະ ເຄື່ອງມືທາງວິທະຍາສາດ ເຮັດໃຫ້ວິທະຍາການກ່ຽວກັບການພັດທະນາການຂອງເດັກໃນໄວກ່ອນເກີດ ໄດ້ຮັບການສຶກສາຄົ້ນຄວ້າຢ່າງຖີ່ຖ້ວນ. ດັ່ງນັ້ນ ການສຶກສາຈິດຕະວິທະຍາພັດທະນາການ ເຊີ່ງແຕ່ເດີມເນັ້ນແຕ່ພຽງໄວເດັກ ແລະ ໄວລຸ້ນໄດ້ຂະຫຍາຍຂອບເຂດ ຕັ້ງແຕ່ໄວກ່ອນເກີດ ຈົນໄປເຖິງວາລະສຸດທ້າຍຂອງຊີວິດ, ສະນັ້ນ ຈື່ງເກີດມີວິທະຍາສາດສາຂາໄໝ່ເອີ້ນວ່າ ຈິດຕະວິທະຍາພັດທະນາການ

ໂດຍທົ່ວໄປແລ້ວ ວິຊານີ້ໄດ້ສຶກສາລັກສະນະການປ່ຽນແປງຂອງມະນຸດທາງດ້ານຮ່າງກາຍ, ສັງຄົມ, ອາລົມ, ສະຕິປັນຍາໃນໄວຕ່າງໆ ນັ້ບຕັ້ງແຕ່ຈຸດເລີ່ມຕົ້ນຂອງຊີວິດຈົນໄປເຖິງຈຸດສີ້ນສຸດຂອງຊີວິດ, ຄວບຄຸມເຖິງພືດຕິກຳທີ່ສາມາດເຫັນໄດ້ ແລະ ບໍ່ສາມາດເຫັນໄດ້ . ປັດຊະຍາພື້ນຖານຂອງສາຂາວິຊານີ້ແມ່ນ ມະນຸດທຸກໆໄວມີຄວາມສຳຄັນ, ມີຄຸນຄ່າ ແລະ ມີສັກກະຍະພາບໃນການພັດທະນາຕົນໃຫ້ສາມາດດຳເນີນຊີວິດຢ່າງມີຄຸນຄ່າເໝາະສົມຕາມໄວ ແລະ ຖ້າຫາກຂາດມະນຸດເຂົ້າໃຈວິຖີທຳມະຊາດໃຫ້ພັດທະນາໄປຢ່າງສ້າງສັນ ແລະ ມີຄຸນນະພາບ

วันเสาร์ที่ 9 มิถุนายน พ.ศ. 2561

ປະຖົມປັດໄຈຕັດສິນຊີ້ຂາດການປາກົດຕົວ ການຄົງຕົວ ແລະ ພັດທະນາຂອງການເງິນ

ການເງິນ ແມ່ນມາດຕະເກນເສດຖະກິດພາວະວິໄສ ຂື້ນກັບມາດຕະເກນແບ່ງປັນ ການປາກົດຕົວ ການຄົງຕົວ ແລະ ພັດທະນາການຂອງການເງິນ ແມ່ນໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໄຈ ພາວະວິໄສ ນັ້ນແມ່ນ:- ການປາກົດຕົວ ຄົງຕົວ ແລະ ການພັດທະນາຂອງເສດຖະກິດສິນຄ້າ - ເງິນຕາ
- ການປາກົດຕົວ ຄົງຕົວ ແລະ ການດຳເນີນບັນດາພາລະບົດບາດຂອງລັດ
ບັນດາປະຖົມປັດໄຈທີ່ກ່າວມາມີຄວາມແຕກຕ່າງກັນ:
- ເສດຖະກິດສິນຄ້າການເງິນ ແມ່ນປັດໄຈພາວະວິໄສ ມີຄວາມໝາຍຕົກລົງການປາກົດຕົວ ຄົງຕົວ ພັດທະນາຂອງການເງິນ
- ລັດແມ່ນປັດໄຈ ທີ່ມີຄວາມໝາຍກຳນົດທິດ ສ້າງໃຫ້ມີສະພາບແວດລ້ອມ ແລະ ດັດສົມການພັດທະນາຂອງການເງິນການຄົ້ນຄວ້າປັດຖົມປັດໄຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ:
-ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນະເສດຖະກິດການຄ້າເງິນຕາສ້າງສະພາບແວດລ້ອມ
ເສດຖະກິດໃຫ້ການເງິນພັດທະນາ
- ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກສອດຄ່ອງກັບຈຸດພິເສດຂອງແຕ່ລະໄລຍະພັດທະນາ

วันอังคารที่ 31 ตุลาคม พ.ศ. 2560

ຄວາມ​ສຳ​ຄັນ ແລະ ຄຸນ​ປະ​ໂຫຍດ​ຂອງ​ແຜນ​ທີ່

ແຜນ​ທີ່​ມີ​ບົດ​ບາດ​ສຳ​ຄັນ​ຫຼາຍ​ທີ່​ສຸດ​ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຂອງ​ມະ​ນຸດ ເຊີ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ດັ່ງ​ນີ້:

  1. ນຳ​ໃຊ້​ໃນ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ( ທາງ​ທະ​ເລ ) ລ້ວນ​ແຕ່​ມີ​ຄວາມ​ຈຳ​ເປັນ​ນຳ​ໃຊ້​ແຜນ​ທີ່ ແລະ ກໍ່​ເປັນ​ແຜນ​ທີ່​ສະ​ເພາະ ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ເດີນ​ສັນ​ຈອນ​ຕ້ອງ​ໄດ້​ກ​ຳ​ນົດ​ທິດ​ທາງ​ເພື່ອ​ໃຫ້​ໄປ​ເຖິງ​ຈຸດ​ໝາຍ
  2. ໃຊ້​ໃນ​ການ​ສ​ຳຫຼວດ​ພື້ນ​ທີ່​ໃນ​ທຳ​ມະ​ຊ​າດ ເຊັ່ນ ການ​ສຳຫຼວດ​ສາຍ​ພູ ປ່າ​ໄມ້ ດິນ ຊັບ​ພະ​ຍາ​ກອນບໍ່​ແຮ່  ແລະ ອື່ນໆ ການ​ເດີນ​ສຳຫຼວດ ກໍ່​ຕ້ອງ​ໄດ້​ດຳ​ເນີນ​ການ​ສຳຫຼວດ​ຈາກ​ແຜນ​ທີ່​ສາ​ກ່ອນ​ເມື່ອ​ຮູ້​ຈຸດ​ໝາຍ​ເປັນ​ທີ່​ແນ່ນອນ ແລ້ວ​ຈື່ງ​ສຳຫຼວດ​ຕາມ​ພື້ນ​ທີ່​ຈິງ​ໃນ​ເປົ້າ​ໝາຍນັ້ນ ປະ​ການ​ສຳ​ຄັນ​ໃນ​ການ​ສ​ຳຫຼວດ​ພື້ນ​ທີ່​ຈິງ​ແຕ່​ລະ​ຄັ້ງ​ໄດ້​ສ້າງ​ແຜນ​ທີ່​ຂື້ນ​ໄໝ່​ເພື່ອ​ເຮັດ​ໃຫ້​ບັນ​ລຸ​ຈຸດ​ເປົ້າ​ໝາຍ​ຂອງ​ການ​ເດີນ​ສຳຫຼວດ​ມີ​ຄວາມ​ຊັດ​ເຈນ
  3. ໃຊ້​ໃນ​ດ້ານ​ເສດ​ຖະ​ກິດ​ເປັນ​ຕົ້ນ​ແມ່ນ​ການ​ວາງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ກໍ່​ຕ້ອງ​ໄດ້​ອາ​ໃສ​ແຜນ​ທີ່ ແລ້ວ​ນຳ​ເອົາ​ເປົ້າ​ໝາຍ​ຂອງ​ພຶ້ນ​ທີ່ນັ້ນ​ມາ​ພິ​ຈາ​ລະ​ນາ​ຢ່າງ​ຖີ່​ຖ້ວນ​ວ່າ ເປົ້າ​ໝາຍ​ຂອງ​ການ​ສ​ຳຫຼວດນັ້ນ​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ແຕ່​ລະ​ຂະ​ແໜງ​ເສດ​ຖະ​ກິດ ໃນ​ແຕ່​ລະ​ຂົງ​ເຂດ ນອກ​ຈາກນັ້ນ​ແຜນ​ທີ່​ຍັງ​ມີ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ວຽກ​ງານ​ການ​ທ່ອງ​ທ່ຽວ ວຽກ​ງານ​ການ​ສຶກ​ສາ​ຮ່ຳ​ຮຽນ​ ແລະ ວຽກ​ງານ​ອື່ນໆ
 ຜນ​ທີ່​ເປັນ​ກິດ​ຈະ​ການ​ວິ​ທະ​ຍາ​ສາດ  ແລະ ເປັນ​ພາ​ຫາ​ນະ​ແກ່​ການ​ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ ຍ້ອນ​ວ່າ​ສິ​ທະ​ຍາ​ສາດ​ອື່ນໆ​ຂະ​ຫຍາຍ​ຕົວ ມັນ​ໄດ້​ເຮັດ​ໃຫ້​ວິ​ຊາ​ແຜນ​ທີ່​ວິ​ທະ​ຍາ​ຂະ​ຫຍາຍ​ຕົວ​ໄປ​ພ້ອມ ແຕ່​ວິ​ທະ​ຍາ​ສາດ​ແຜນ​ທີ່​ຂະ​ຫຍາຍ​ຕົວ ມັນ​ໄດ້​ເພີ່ມ​ຄຸນ​ປະ​ໂຫຍດ​ຊຸກ​ດັນ​ໃຫ້​ແກ່​ວິ​ທະ​ຍາ​ສາດ​ຂະ​ຫຍາຍ​ຕົວ​ອື່ນໆ ຂະ​ຫຍາຍ​ຕົວ ທັ້ງ​ນີ້ ກໍ່​ຍ້ອນ​ວ່າ​ບັນ​ດາ​ປະ​ກົດ​ການ ແລະ ເປົ້າ​ໝາຍ​ຄົ້ນ​ຄ້​ວາ​ຢູ່​ເທິງ​ໜ້າ​ໂລກນັ້ນ ກວ້າງ​ຂວາງ​ມີ​ສາຍ​ພົວ​ພັນ​ໃນ​ລະ​ດັບ​ແຕກ​ຕ່າງ​ກັນ ບັນ​ດາ​ປາ​ກົດ​ການ ເປົ້າ​ໝາຍ​ເຫຼົ່າ​ນັ້​ນ ສາ​ມາດ​ນຳ​ມາ​ສະ​ແດງ​ໃສ່​ໃນ​ແຕ່​ລະ​ແຜນ​ທີ່​ໄດ້​ຢ່າງ​ຈະ​ແຈ້ງ

ໃນ​ປະ​ຈຸ​ບັນ ວິ​ທະ​ຍາ​ສາດ​ມີ​ຄວາມ​ຈະ​ເລີນ​ກ້າວ​ໜ້າ ເທັກ​ໂນ​ໂລ​ຊີ​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດ​ຢັ້ງ ການ​ສຳຫຼວດ​ໜ້າ​ໂລກ​ມີ​ຄວາມ​ວ່ອງ​ໄວ ແລະ ຊັດ​ເຈນຍ້ອນ​ການ​ນຳ​ໃຊ້​ດາວ​ທຽມ ຍານ​ອາ​ວະ​ກາດ ຈື່ງ​ເຮັດ​ໃຫ້​ການ​ເກັບ​ກຳ​ຂໍ້​ມູນ ແລະ ການ​ສ້າງ​ແຜນ​ທີ່​ໄດ້​ຢ່າງ​ຊັດ​ເຈນ ຈາກ​ຂໍ້​ມູນ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ມັນ​ເປັຍ​ເງື່ອນ​ໄຂ​ໃຫ້​ນັກ​ສຳຫຼວດ ນັກ​ຄົ້ນ​ຄວ້າ ນັກ​ວາງ​ແຜນ​ໄດ້​ມີ​ຂໍ້​ມູນ​ທີ່​ຊັດ​ເຈນ

ແຜນ​ທີ່ ແລະ ຄວາມ​ສຳ​ຄັນ​ຂອງ​ແຜນ​ທີ່

  • ແມ່ນ​ມີ​ຄວາມ​ສຳ​ຄັນ ແລະ ຈຳ​ເປັນ​ໃນ​ການ​ຮຽນ​ຮູ້​ໂລກ​ທຳ​ມະ​ຊາດ ແລະ ສັງ​ຄົມ ດ້ວຍ​ເຫດນັ້ນ​ການ​ຮຽນ​ຮູ້​ແຜນ​ທີ່​ກ່ອນ​ອື່ນ​ໝົດ​ຕ້ອງ​ເຂົ້າ​ໃຈ​ດັ່ງ​ນີ້
- ເຂົ້າ​ໃຈ​ຄວາມ​ໝາຍ ແລະ ຄຸນ​ປະ​ໂຍ​ຫດ​ຂອງ​ແຜນ​ທີ່​ເຊີ່ງ​ມີ​ມາດ​ຕາ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ແຜນ​ທີ່​ມາ​ດ​ຕາ​ສ່ວນ​ໃຫຍ່​ເໝາະ​ກັບ​ພື້ນ​ທີ່​ແຄບ ເຊັ່ນ ຂອບ​ເຂດ​ບ້ານ ເມືອງ ແຕ່​ແຜນ​ທີ່​ທີ່​ມີ​ມາດ​ຕາ​ສ່ວນ​ນ້ອຍ ເໝາະ​ກັບ​ພື້ນ​ທີ່ກວ້າງ​ຄື ຂອບ​ເຂດ​ຂອງ​ແຂວງ ຂອງ​ປະ​ເທດ
- ເຂົ້າ​ໃຈ​ມາດ​ຕາ​ສ່ວນ​ຂອງ​ແຜນ​ທີ່​ແມ່ນ​ເຂົ້າ​ໃຈ​ໄລ​ຍະ​ຫ່າງ​ຈາກ​ຈຸດ​ຕ່າງໆ​ເທິງ​ແຜນ​ທີ່​ໂດຍ​ອີງ​ໃສ່​ມາດ​ຕາ​ສ່ວນ​ຂອງ​ແຜນ​ທີ່ນັ້ນ​ເອງ
- ເຂົ້າ​ໃຈ​ເຄື່ອງ​ໝາຍ ແລະ ຮູ້​ເຄື່ອງ​ໝາຍ ທີ່​ມີ​ໃນ​ແຜນ​ທີ່​ກໍ​ຄື​ກັບ​ວ່າ​ພວກ​ເຮົາ​ໄດ້​ສຳ​ພັດ​ສະ​ຖາ​ນະ​ການ​ຈິງ​ຂອງ​ເປົ້າ​ໝາຍ ຢາກ​ເຮັດ​ໄດ້​ແນວນັ້ນ​ຕ້ອງ​ມີ​ການ​ເຝິກ​ຫັດ ສັງ​ເກດ ແລະ ນຳ​ໃຊ້​ເປັນ​ປະ​ຈຳ
- ເຂົ້າ​ໃຈ​ບັນ​ດາ​ຄວາມ​ໝາຍ​ຂອງ​ບັນ​ດາ​ເສັ້ນ​ສະ​ແດງ ສີ ລະ​ດັບ​ຄວາມ​ຕ່ຳ ຄວາມ​ສູງ ຂອງ​ພູມ​ສັນ​ຖານ​ທີ່​ປາ​ກົດ​ໃຫ້​ເຫັນ​ໃນ​ແຜນ​ທີ່

วันพฤหัสบดีที่ 12 ตุลาคม พ.ศ. 2560

ເນື້ອ​ເພງ ຍອມ​ໃຫ້​ນ້ອງ​ມີ​ເຂົາ ແຕ່​ສອງ​ເຮົາ​ບໍ່​ເລີກ​ກັນ


ເພງ ຍອມ​ໃຫ້​ນ້ອງ​ມີ​ເຂົາ​ແຕ່​ສອງ​ເຮົາ​ບໍ່​ເລີກ​ກັນ
ເພງ ຍອມ​ໃຫ້​ນ້ອງ​ມີ​ເຂົາ​ແຕ່​ສອງ​ເຮົາ​ບໍ່​ເລີກ​ກັນ Karaoke
ເສບ​ສົດ ຍອມ​ໃຫ້​ນ້ອງ​ມີ​ເຂົາ​ແຕ່​ສອງ​ເຮົາ​ບໍ່​ເລີກ​ກັນ
ຮ້ອງ​ໂດຍ: ກິ​ດາວ​ເພັດ


ຄຳ​ວ່າ​ຜິດ​ຫວັງ​ອ້າຍບໍ່​ຢາກ​ຟັງ​ດອກ​ນ້ອງ​ແກ້ວ​ຕາ

ອ້າຍ​ຢາກ​ໃຫ້​ນ້ອງ​ຮູ້​ວ່າ​ອ້າຍ​ຮັກ​ແກ້ວ​ຕາກວ່າ​ຊີ​ວິດ​ອ້າຍ

ແຜ່ນ​ດິນ ແຜ່ນ​ຟ້າ ອາ​ທິດ​ຈັນ​ທາ ກໍ່​ຍັງ​ບໍ່​ຫຼາຍ

ມະ​ຫາ​ສະ​ໝຸດ ຫຼື ວ່າ​ທະ​ເລ​ຊາຍ

ກໍ່​ຍັງ​ຮັກ​ບໍ່ຫຼາຍ​ເທົ່າ​ອ້າຍ​ຮັກ​ນ້ອງ


ໜ້າ​ທີ່​ວຽກ​ງານ​ບາງ​ຄືນ​ບາງວັນ​ຕ້ອງ​ຫ່າງ​ນ້ອງ​ໄກ

ເວ​ລາ​ອ້າຍ​ມີ​ໃຫ້​ນ້ອງບໍ່ຫຼາຍ

ນ້ອງ​ຈື່ງ​ປັນ​ໃຈ​ໃຫ້​ຊາຍ​ອື່ນ​ຈອງ

ນ້ອງ​ເລືອກ​ເຂົາ​ແທນ

ມອບ​ຕຳ​ແໜ່ງ​ແຟນໃຫ້​ເຂົ​າ​ຄອບ​ຄອງ

ຕຳ​ແໜ່ງ​ອ້າຍ​ກາຍ​ເປັນ​ແຟນ​ລອງ

ເພາະ​ວ່າ​ອ້າຍ​ຮັກ​ນ້ອງ​ຈື່ງ​ຕ້ອງຍອມ​ທົນ


ຫົວ​ໃຈ​ຂອງ​ອ້າຍ​ເໝືອນ​ດັ່ງ​ໄຟ​ເຜົາ​ໄໝ້​ທັ້ງ​ດວງ

ເໝືອນ​ມີ​ມີດ​ກີດ​ລົງ​ກາງ​ຊວງ

ແຟນ​ອ້າຍ​ສຸດ​ຫວງ​ຄວງ​ຊາຍ​ອີກ​ຄົນ

ນ້ຳ​ຕາ​ປຽກ​ໝອນບໍ່​ກິນບໍ່​ນອນ​ຄິດ​ນຳ​ໜ້າ​ມົນ

ທັ້ງ​ທີ່​ອ້າຍ​ຮັກ​ນ້ອງ​ມາ​ດົນ

ວັນ​ນີ້​ໜ້າ​ມົນ​ກັບ​ມາ​ເລືອກ​ເຂົາ


ບໍ່​ໂທດ​ເຈົ້າ​ດອກ​ແຕ່​ອ້າຍ​ຢາກບອກ​ໃຫ້​ນ້ອງ​ຮູ້​ໄວ້

ເຖິງ​ແມ່ນ​ນ້ອງ​ເລືອກ​ເຂົາ​ຄຽງ​ກາຍ

ອ້າຍກໍ່​ຍັງ​ໝາຍ​ຮັກ​ດຽວ​ຄື​ເຈົ້າ

ສີ່ງ​ດຽວ​ທີ່​ຂໍ​ໃຫ້​ອ້າຍ​ໄດ້​ບໍ່​ແມ່ນວນ​ນົງ​ເຍົາ

ອ້າຍ​ຂໍ​ຍອມ​ໃຫ້​ນ້ອງ​ມີ​ເຂົາ  ແຕ່​ວ່າ​ສອງ​ເຮົາ​ຢ່າ​ເລີກ​ກັນ

วันพฤหัสบดีที่ 25 พฤษภาคม พ.ศ. 2560

ຄວາມກົດດັນຂອງບັນຍາກาດ

       I.        ອາກາດ​ມີ​ນ້ຳໜັກ ​ແລະ ມີ​ຄວາມ​ກົດ​ດັນ
ອາກາດ​ທີ່​ຫຸ້ມ​ຫໍ່​ໜ່ວຍ​ໂລກ​ເຮົາ​ນີ້ ​ແມ່ນ​ສະ​ສານ​ຫຼື​ວັດຖຸ​ຢ່າງ​ໜື່ງ ​ແລະ ກໍ​ແມ່ນ​ສີ່​ງທີ່​ມີ​ນ້ຳໜັກ ​ໂດຍ​ທີ່​ເຮົາ
ສາມາດ​ຊັ່ງ​ຕວງ​ໄດ້ ຄື​ ອາກາດ 1ລິດ ຈະ​ມີ​ນ້ຳໜັກ​ປະມານ 1,3ກຣາມ.  ​ອາກາດ​ໃນ​ຫ້ອງ​ຮຽນ​ຫ້ອງ​ໜື່ງມີ​ຂະໜາດ​ກວ້າງ6​ແມັດ ຍາວ8​ແມັດ ​ແລະ​ສູງ3​ແມັດ ຈະ​ມີ​ນ້ຳໜັກ​ເຖິງ 187ກິ​ໂລກຣາມ ​ເຮົາ​ສາມາດ​ທົດ​ລອງ​ໄດ້​ເພື່ອ​ໃຫ້​ຮູ້​ວ່າ​ອາກາດ​ມີ​ນ້ຳຫນັກ​ ​ໂດຍ​ເອົາ​ມາກ​ປູ້​ມ​ເປົ້າຫ່ຽວ​ມາ​ຊັ່ງ ​ແລ້ວ​ຈາກ​ນັ້ນ​ກໍ່​ປົ່າລົມ​ເຂົ້າ ​ແລ້ວ​ຊັ່ງ​ອີກ ​ເຮົາ​ຈະ ​ເຫັນ​ວ່າ​ຫມາກ​ປູ້​ມ​ເປົ້າ​ເມື່ອ​ມີ​ອາກາດ​ຢູ່​ໃນ​ນັ້ນ​ໜັກ​ກວ່າ​ເມື່ອຍ​ງຫ່ຽວ ນ້ຳໜັກ​ຂອງ​ອາກາດ​ທີ່​ທັບ​ລົງ​ໃສ່​ໜ້າ​ໂລກ​ເຮົາ​ເອີ້ນ​ວ່າ ” ຄວາມ​ກົດ​ດັນ​ຂອງ​ບັນຍາກາດ ” ​ເຊີ່ງ​ຄວາມ​ໝາຍ​ທີ່​ແທ້​ຈິງ​ແລ້ວ ມັນ​ແມ່ນ​ນ້ຳໜັກ ຫຼື ​ແຮງ​ລຳ​ຂອງ​ອາກາດ​ທີ່​ກະທຳ​ຕໍ່​ເນື້ອ​ທີ່ 1ຊັງ​ຕີ​ແມັດ ຫຼື ​ເວົ້າ​ອີກ​ຢ່າງ​ໜື່ງວ່າຄວາມ​ກົດ​ດັນ​ຂອງ​ບນຍາ​ກາດ​ແມ່ນ​ກຳລັງ​ແລະ​ນ້ຳໜັກ​ຂອງ​ບັນຍາກາດ​ຢູ່​ເທິງ​ໜ້າ​ພຽງ​ໜື່ງ​ເຊີ່ງ​ໄດ້​ກົດ​ລົງ​ໃສ່​ໜ້າ​ພຽງ​ດັ່ງກ່າວ
          ກາ​ນກົດ​ດັນ​ຂອງ​ບັນຍາກາດ​ນີ້​ບໍ່​ແມ່ນ​ວ່າ​ມັນ​ຈະ​ກົດ​ດັນ​ລົງ​ໃສ່​ໜ້າດິນ​ໃນ​ທິດ​ທາງ​ໃດ​ທິດ​ທາງ​ໜື່ງ​ເທົ່າ​ນັ້ນ​ມັນ​ຫາກ​ກົດ​ດັນ​ໄປ​ທົ່ວ​ທຸກ​ທິດ​ທຸກ​ທາງ​ຈື່ງ​ເຮັດ​ໃຫ້​ເຮົາ​ບໍ່​ຮູ້ສຶກ​ວ່າ​ເຮົາ​ຖຶກມັນ​ກົດ​ດັນ​ເລຍ ຍ້ອນ​ອາກາດ​ມີ​ຄວາມ​ກົດ​ດັນ​ໄປ​ທົ່ວ​ທຸກ​ທິດ​ຈື່ງ​ເຮັດ​ໃຫ້​ວັດຖຸ​ສີ່​ງຂອງ​ຕ່າງໆ​ມີ​ຮູບຊົງ​ສົມບູນ ​ແລະ ຖາວອນ​ຢູ່​ສະ​ເໝີ ຕົວຢ່າງ​ວ່າ ຖ້າ​ເຮົາ​ເອົາ​ແຜ່ນ​ເຈ້ຍ​ໃສ່​ປາກ​ຈວຍ​ໄວ້​ແລ້ວ​ດູດ​ອາກາດ​ພາຍ​ໃນ​ຈວຍ​ອອກ​ເຮົາ​ຈະ​ເຫັນ​ວ່າ​ແຜ່ນ​ເຈ້ຍ​ວູບ​ເຂົ້າ​ໄປ​ໃນ​ປາກ​ຈວຍ ຍ້ອນ​ວ່າ ອາກາດ​ພາຍ​ນອກ​ມີ​ຄວາມ​ກົດ​ດັນ​ແຮງ​ກວ່າ​ອາກາດ​ພາຍ​ໃນ​ຈື່ງ​ດັນ​ໃຫ້​ແຜ່ນ​ເຈ້ຍ​ວູບ​ເຂົ້າ​ໄປ​ໃນ​ປາກ​ຈວຍ

      II.        ໜ່ວຍ​ວັດ​ແທກ​ຄວາມ​ກົດ​ດັນ​ຂອງ​ລົມ
​          ເພື່ອ​ຢາກ​ຮູ້​ວ່າ​ແຮງ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ຈະ​ຄ່ອຍ​ຫຼື​ແຮງ​ເພີ່ນ​ອາ​ໄສ​ອຸປະກອນ​ຊະນິດ​ໜື່ງ ​ເອີ້ນ​ວ່າ ບຣາ​ໂຣ​ແມັດ ​ເປັນສີ່​ງວັດ​ແທກ​ແລະ​ຖື​ເອົາ​ຄວາມ​ຍາວ​ຂອງ​ລຳ​ບາຫຼອດ​ຄິດ​ຄ່າ​ເປັນ 760mm ​ ​ເທົ່າ​ກບ 1 ບັນຍາກາດ​ຂອງ​ອັດ​ໂມ​ສະ​ແຟ ທີ່​​ເປັນຄວາມ​ກົດ​ດັນ​ມາດ​ຕະຖານ​ຖ້າ​ຄິດ​ເປັນ​ນ້ຳໜັກ​ກໍ​ປະມານ 1ກິ​ໂລກຣາມ ສຳລັບ​ຫົວໜ່ວຍ​ທີ່​ໃຊ້​ໃນ​ການ​ວັດ​ແທກ​ນັ້ນ​ທາງ​ການ​ອຸຕຸນິຍົມ​ໄດ້​ນຳ​ໃຊ້​ໃນ​ຫຼາຍ​ຊະນິດຄື
ມິນ​ລິ​ບາ( mb ), ມິນ​ລິ​ແມັດ​ບາຫຼອດ ( mm de Hg ), ອັດໂມສ ( Atm  ).
          ແຕ່ລະຊະນິດມີຄ່າປຽບທຽບຄຶ:
·         1 mb = 102  ບາຣີ = 0,750 ມມHg  ຫຼື = 10-2 ບາ  ຫຼື =100ປາ​ສະການ(PA)
ຫຼື = 1000​cm2
·         1 mm de Hg = 1 ຕໍຣ໌ ຫຼື 4/3 ມິ​ລິ​ບາ ຫຼື 133,3 ປາ​ສະການ
·         1 Atm = 760 ຕໍ​ຣ໌ = 760 ມມHg  ຫຼື 1013,3 ມິ​ລິ​ບາ ຫຼື 1,03 ຊັງ​ຕີ​ແມັດ2
ຄວາມ​ຈິງ​ແລ້ວ ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ຢູ່​ທີ່​ສິງຈະ​ຕ່ຳ​ກວ່າ​ເຂດ​ກົ້ນ​ເຫ​ວເລີກ ​ເພາະ​ມວນ​ອາການ​ເບົາບາງ​ກວ່າ ດັ່ງ​ນັ້ໜ​ເພື່ອ​ໃຫ້​ມີ​ມາດຕາ​ຖານ​ເພີ່ນ​ຈື່ງ​ເອົາລະ​ດັບ​ໜ້າ​ນ້ຳ​ທະ​ເລ ຄື 0​ແມັດ ​ໃນ​ເຂດ​ອົງສາ​ຂະໜານ 45​ເປັນ​ຫຼັກ​ໃນ​ການ​ກຳນົດ​ຄວາມ​ກົດ​ດັນ​ສະ​ເລ່ຍປານ​ກາງ ຖ້າ​ຄວາມ​ກົດ​ດັນ​ສູງ​ກວ່າ 760 ​ເພີ່ນ​ເອີ້ນ​ວ່າ​ອາກາດ​ມີ​ຄວາມ​ກົດ​ດັນ​ສູງ ​ແລະ​ຖ້າ​ຫຼຸດ​ລົງ​ມາ​ເພີ່ນ​ເອີ້ນ​ວ່າຄວາມ​ກົດ​ດັນ​ຕ່ຳ



     III.        ທົ່ງ​ຄວາມ​ກົດ​ດັນ​ຂອງ​ອາກາດ ​ແລະ ອົງ​ປະກອບ​ຂອງ​ມັນ
ທົ່ງ​ຄວາມ​ກົດ​ດັນ​ຂອງ​ອາກາດ​ໝາຍ​ເຖິງ​ບໍ​ລິ​ເວນ​ຄວາມ​ກົດ​ດັນ​ສູງ ຫຼື ຕ່ຳ ຂອງ​ອາກາດ​ຢູ່​ເທິງ​ໜ້າ​ໂລກ​ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ຢູ່​ໃນ​ແຜນ​ທີ່​ອາກາດ​ບັນດາ​ເຄື່ອງໝາຍ​ເລົ່າ​ນັ້ນ​ມີ​ເສັ້ນ​ສະ​ແດງ​ຄວາມ​ກົດ​ດັນ​ສະ ​ເໝີ ບັນດາ​ຕົວ​ອັກ​ສອນ ​ແລະ ​ເຄື່ອງໝາຍ​ອື່ນໆ ບັນດາ​ເສັ້ນ​ຕ່າງໆ​ລ້ວນ​ແຕ່​ປະກອບ​ດ້ວຍ​ເຄື່ອງໝາຍ​ເລົ່າ​ນີ້​ແລະ​ສະ​ແດງ​ໃຫ້​ເຫັນ​ທົ່ງ​ຄວາມ​ກົດ​ດັນ​ໄລຍະ​ສັ້ນ ​ໃນ​ດະ​ດັບ​ຂອງ​ໜ້າດິນ ກໍ​ສະ​ແດງ​ໃຫ້​ເຫັນ ​ເສັ້ນຂອງ​ຄວາມ​ກົດ​ດັນ​ສະ​ເໝີ​ຈະ​ຕ້ອງ​ມີ​ເລກ​ໝາຍ​ໄວ​ເພື່ອ​ບົ່ງ​ບອກ​ໃຫ້​ຮູ້​ເຖິງລະດັບ​ຄວາມ​ແຮງ​ຂອງ​ຄວາມ​ກົດ​ດັນ​ອາກາດ​ ບໍລິ​ເວນ​ທີ່ຢູ່​ໃນ​ວົງ​ອ້ອມ​ຂອງ​ບັນດາ​ເສັ້ນ​ຄວາມດັນ​ສະ​ເໝີທີ່​ມີໝາຍ​​ເລກ​ສູງ​ກວ່າ1015ມິ​ລີ​ບາ ​ເພີ່ນ​ເອີ້ນ​ວ່າ​ເຂດ​ຄວາມ​ກົດ​ດັນ​ສູງ ບາງເທື່ອເພີ່ນກໍ່ໃຊ້ເຄື່ອງໝາຍ +
          ສຳລັບ​ເຂດ​ທີ່​ຢູ່​ໃນ​ວົງ​ອ້ອມ​ຂອງ​ບັນດາ​ເສັ້ນ​ທີ່​ມີ​ຄວາມ​ກົດ​ດັນ​ສະ​ເໝີທີ່​ມີໝາຍ​ເລກ​ຕ່ຳ​ກວ່າ1015ມິ​ລີ​ບາ ​ເພີ່ນ​ເອີ້ນ​ວ່າ ​ເຂດ​ທີ່​ມີ​ຄວາມ​ກົດ​ດັນ​ຕ່ຳ ​ແລະ​ຈຸດ​ໃຈກາງ​ຂອງ​ມັນໝາຍດ້ວຍ​ຕົວ​ອັກສອນ D  ບາງ​ເທື່ອ​ເພີ່ນ​ກໍ່ໃຊ້​ເຄື່ອງໝາຍ​ -
ບໍ່​ພຽງ​ແຕ່​ເທົ່າ​ນີ້​ບາງ​ເທື່ອ​ໃນ​ແຜນ​ທີ່​ອາກາດ​ບັນດາ​ຈຸດ​ຂອງ​ຄວາມດັນ​ສະ​ເໝີ​ຍັງ​ສະ​ແດງ​ໃຫ້​ເຮົາ​ຮູ້​ດ້ວຍ​ບັນດາ​ເຄື່ອງໝາຍ​ທີ່​ຄ້າຍຄື​ເຄື່ອງໝາຍ​ຢູ່​ໃນ​ແຜນ​ທີ່​ພູມ​ສັນຖານ ​ເຊີ່ງ​ເຄື່ອງໝາຍ​ຂອງ​ອາກາດ​ທີ່​ມີ​ຄວາມ​ກົດ​ດັນ​ຕ່ຳ​ແມ່ນ​ເພີ່​ໝາຍ ​ຂຸ້ນ ​ແລະ​ເຄື່ອງໝາຍ​ຂອງ​ຄວາມ​ກົດດັນ​ສູງ​ເພີ່ນ​ໝາຍ​ດ້ວຍ ​ຈຸດ​ສູງ
​                   ນອກຈາກ​ນີ້​ເພີ່ນ​ຍັງ​ໃຊ້​ຕົວ​ອັກສອນ D  ​ເພື່ອ​ບອກ​ເຖີງ​ເຂດ​ທີ່ຢູ່​ເລາະ​ລຽບ​​ເຂດ​ອາກາດ​ຄວາມ​ກົດ​
ດັນ​ສູງ ​ແລະ​ຕົວ​ອັສອນ C  ​ເພື່ອ​ບອກ​ເຖິງ​ເຂດ​ທີ່ຢູ່​ເລາະ​ລຽບ​ເຂດ​ອາກາດ​ທີ່​ມີ​ຄວາ​ມກົດ​ດັນ​ຕ່ຳ ​ແລະ ບໍລິ​ເວນທີ່​ມີ​ທົ່ງ​ຄວມດັນ​ບໍ່​ແຈ້ງ

       I.        ບັນດາ​ສູນ​ຄວາມດັນ​ຕ່າງໆ
​ຖ້າ​ເຮົາ​ຕິດຕາມ ​ແລະ ສັງ​ເກດ​ແຜນ​ທີ່​ອາກາດ​ປະຈຳ​ວັນ​ເຮົາ​ຈະ​ເຫັນ​ວ່າ​ມັນ​ມີ​ການ​ປ່ຽນ​ແປງ​ລັກສະນະ​
ປ່ຽນ​ແປງ​ໄປໃນ​ແຕ່​ລະ​ວັນ ນັ້ນ​ກໍ​ເພາະວ່າ​ບັນດາ​ອົງ​ປະກອບ​ຕ່າງໆຂອງ​ທົ່ງ​ຄວາມດັນ​ນັ້ນ​ມີ​ການ​ປຽນ​ແປງ​ຢູ່​ເປັນ​ປະຈຳ ບັນດາ​ສູນ​ຄວາມ​ກົດ​ດັນ​ຕ່າງໆມີ​ການ​ເຄື່ອນ​ທີ່​ໄປມາ ​ເຊັ່ນ​ມັນ​ອາດ​ຈະ​ຂະຫຍາຍຕົວ​ກວ້າງອອກ ຫຼື ຫົດ​ຕົວ​ແຄບ​ເຂົ້າ ບັນດາ​ຄວາມ​ກົດ​ດັນ​ຕ່າງໆນີ້ບາງ​ເທື່ຶ​ເພີ່ນ​ກະ​ເອີ້ນວ່າ ສູນ​ກາງ​ການ​ເຄື່ອນ​ໄຫວ  ​ເຊີ່ງ​ໃນ​ທາງ​ອຸຕຸນິຍົມ​ວິທະຍາ​ເພີ່ນ​ມັກ​ໃສ່ໝາຍ​​ເລກ​ໄວ້ ​ເພີ່​ອຕິດຕາມ​ການ​ເຄື່ອນ​ໄຫວ ສູນ​ກາງ​ການ​ເຄື່ອນ​ໄຫວ​ນີ້ ມັນ​ຍັງ​ມີ​ຊື່​ສະ​ເພາະ​ອີກ​ຕ່າວງຫາກ​ອີກ ​ເຊັ່ນ​ວ່າ Anna, Ethel, Marie – Rose……
          ຄຳ​ວ່າ ສູນ​ກາງ​ການ​ເຄື່ອນ​ໄຫວ ມີ​ຄວາມໝາຍວ່າ ບັນດາ​ສູນ​ຄວາມດັນ​ສູງ ​ແລະ ຕ່ຳ ຕ່າງໆນັ້ນ ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ກຳນົດ​ລັກສະນະ​ຂອງ​ກາລະ​ອາກາດ ​ແລະ ພູມ​ອາກາດ ໝາຍຄວາມ​ວ່າ​ສະພາບ​ອາກາດ​ຢູ່​ບໍລິ​ເວນ​ໃດໜື່ງ​ແມ່ນ​ຂື້ນກັບ​ຂົງ​ເຂດ​ທີ່ຢູ່​ໃກ້ຫຼື​ໄກ​ສູນ​ປະຕິບັດ​ການ​ດັ່ງ​ການ
          ບັນດາຄວາມກົດດັນເຫຼົ່ານີ້ ບາງຊະນິດກໍຄົງຕົວໃນບໍລິເວນໃດໜື່ງ ຫຼືມັນອາດຈະຄົງຕົວຕະຫຼອດປີແຕ່ລະສູນຄວາມກົດດັນຈະມີຂະໜາດໃຫຍ່ນ້ອຍແຕກຕ່າງກັນໄປ  ​ແຕ່ສ່ວນຫຼາຍພວກທີ່ມີຂະໜາດໃຫຍ່ແມ່ນຈະມີເສັ້ນຜ່າສູງກາງຍາວແຕ່ 2000 ຫາ 6000ກິໂລແມັດ ສ່ວນພວກທີ່ມີຂະໜາດນ້ອຍຈະມີເສັ້ນຜ່າສູນກາງແຕ່ 500 ຫາ 800 ກິໂລແມັດ ບັນດາ​ເຂດ​ຂອງ​ຄວາມ​ກົດ​ດັນ​ຕ່ຳ​ເຖີງວ່າ​ຈະ​ມີ​ການ​ເຄື່ອນ​ໄຫວ​ແຮງ​ພໍ​ສົມຄວນ​ແຕ່​ກໍ​ຈະ​ບໍ່ຄ່ອຍ​ມີ​ຂະໜາດກວ້າງ​ໃຫຍ່​ປານ​ໃດ
          ​ໃນ​ບັນດາ​ສູນ​ຄວາມ​ກົດ​ດັນ​ສູງ ​ແລະ ຕ່ຳ ທີ່​ແຈກ​ຢາຍ​ເທິງໜ້າ​ໂລກ​ອັນ​ສຳຄັນ​ມີ
-   ບັນດາ​ສູນ​ຄວາມດັນ​ຕ່ຳ​ເສັ້ນ​ສູນ​ສູດ
-   ບັນດາ​ສູນ​ຄວາມດັນ​ສູງ​ເຂດ​ເສັ້ນ​ຂະໜານທີ 30​ເໜືອ ​ແລະ ​ໃຕ້
-   ບັນດາ​ສູນ​ຄວາມດັນ​ຕ່ຳ​ຢູ່​ເຂດອົບ​ອຸ່ນ​ເຟື້ອງ​ໂລກ​ເໜືອ ​ແລະ ​ເຟື້ອງ​ໂລກ​ໃຕ້
-   ບັນດາ​ສູນ​ຄວາມດັນ​ສູງ​ຢູ່​ເຂດ​ຂົ້ວ​ໂລກ​ເໜືອ ​ແລະ ຂົ້ວ​ໂລກ​ໃຕ້
ຈຳພວກ​ສູນ​ຄວາມດັນ​ດັ່ງກ່າວ​ນີ້ ​ແມ່ນ​ຈຳພວກ​ທີ່​ມີ​ລັກສະນະ​ຄົງ​ທີ່ ​ເພາະ​ມັນ​ມີ​ການ​ເຄື່ອນ​ຍ້າຍ​ໄປມາພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນສະ​ເພາະ​ເຂດ​ທະ​ເລ ​ແລະ ມະຫາ​ສະໝູດ

    II.      ທີ່​ມາ​ຂອງ​ຄວາມ​ກົດ​ດັນ​ອາກາດ
     I.      ຄວາມ​ກົດ​ດັນ​ເກີດ​ຈາກ​ອຸນຫະພູມ
ຄວາມ​ຮ້ອນ​ຂອງ​ແສງຕາ​ເວັນ​ທີ່​ແຜ່​ມາ​ໂລກ​ເຮົາ​ນີ້ມີ​ບົດບາດ​ສຳຄັນ​ຕໍ່ການ​ກຳ​ເນີ​ດຂອງ​ບັນດາ​ສູນ​ຄວາມ​ກົດ​ດັນ​
ສູງ ​ແລະ ຕ່ຳ ​ເຂດ​ຂົ້ວ​ໂລກ​ເປັນ​ເຂດ​ທີ່​ໄດ້​ຮັບ​ແສງຕາ​ເວັນ​ນ້ອຍ​ກວ່າ​ອື່ນ​ອື່ນໆ​ໃນ​ໂລກ ​ແລະ ​ເປັນ​ເຂດ​ທີ່​ມີ​ອາກາດໜາວ​ເຢັນ​ກວ່າ​ເຂດ​ອື່ນ  ອາດ​ກາດໜາວໜັກກວ່າ​ອາກາດ​ຮ້ອນ ​ເຮັດ​ໃຫ້​ເກີດ​ຄວາມ​ກົດ​ດັນ​ສູງ​ໃນ​ທ້ອງ​ຖີ່​ນ ຫຼື ບໍລິ​ເວນ​ໃດໜື່ງ​ເຊີ່ງ​ຖືກ​ແດດ​ເຜົາ​ໃໝ້​ແຮງ ອາກາດ​ກໍ​ຈະ​ຮ້ອນ ​ແລະ ​ເບົາ ຈື່ງ​ເຮັດ​ໃຫ້​ເກີດ​ຄວາມ​ກົດ​ດັນ​ຕ່ຳ ​ແລ້ວ​ປິວ​ຂື້ນສູ່​ເບື້ອງບົນ ຄວາມ​ກົດ​ດັນ​ສູູງ ​ແລະ​ຕ່ຳ ມີກົກເຄົ້າມາຈາກອຸນຫະພູມເພີ່ນເອີ້້ນວ່າ ຄວາມກົດດັນ ອຸນຫະວັດ

    II.      ຄວາມ​ກົດ​ດັນ​ເກີດ​ຈາກ​ພະລັງງານ​ໄດ​ນາ​ມິກ
​ແມ່ນ​ຄວາມ​ກົດ​ດັນ​ທີ່​ມີ​ການບີ​ບ ຫຼື ​ເນັ້ນ​ຂອງ​ກະ​​ແສ​ອາກາດ ການ​ທີ່​ອາກາດ​ຢູ່ໜ້າດິນ​ໄດ້​ແຜ່​ອອກ​ເຮົາ​ສາມາດ​
ເອີ້ນ​ໄດ້​ວ່າ ຄວາມ​ກົດ​ດັນ​ທີ່​ເກີດ​ຈາກ​ພະລັງງານ​ໄດ​ນາ​ມິກ ​ເຊັ່ນ ຄວາມ​ກົດ​ດັນ​ຢູ່​ເຂດ​ເສັ້ນ​ສູນ​ສູດ ​ເຊີ່ງ​ມາ​ຈາກ 2ມວນ​ອາກາດ​ເຄື່ອນ​ທີ່​ເຂົ້າ​ຫາ​ກັນ ​ແລ້ວ​ລອຍ​ຕົວ​ຂື້ນ​ໄປ​ເບື້ອງບົນ 2ມວນ​ອາກາດ​ດັ່ງກ່າວ​ນີ້ ມາ​ຈາກ​ເຂດ​ຄວາມ​ກົດ​ດັນ​ສູງ​ໃນ​ເຂດ​ໃກ້​ເຂດ​ຮ້ອນ ພາຍຫຼັງທີ່​ມັນ​ແຜ່​ກະຈາຍ​ອອກ​ໄປ ​ເວົ້າ​ລວມ​ແລ້ວ ຄວາມ​ກົດ​ດັນ​ທີ່​ເກີ​ດຈາກ​ພະລັງງານ​ໄດ​ນາ​ມິກນີ້ ​ແມ່ນ​ຄວາມ​ກົດ​ດັນ​ທີ່​ເກີດ​ຈາກ​ການ​ເຄື່ອນ​ຍ້າຍ​ຂອງ​ມວນ​ອາກາດ ​ເຊີ່ງ​ເພີ່ນ​ເອີ້ນ​ປະກົດ​ການ​ດັ່ງກ່າວ​ນີ້​ວ່າ ຄວາມ​ກົດ​ດັນ ພາລະ​ວັດ

   III.      ການ​ປ່ຽນ​ແປງ​ຂອງ​ຄວາມ​ກົດ​ດັນ ​ແລະ ປັດ​ໄຈ​ທີ່​ພາ​ໃຫ້​ເກີດ​ການ​ປ່ຽນ​ແປງ
​ໃນ​ແຕ່ລະ​ໄລຍະ ຄວາມ​ກົດ​ດັນ​ຂອງ​ອາກາດ​ຈະ​ມີ​ການ​ປ່ຽນ​ແປງ​ຢູ່​ສະ​ເໝີຈາກ​ມື້ໜື່ງ​ໄປ​ຫາ​ມື້ໜື່ງ​ແມ່ນ​ຈະ​ມີ​
ການ​ເຄື່ອນ​ຍ້າຍ ມີຄ່າ​ເພີ່ມ​ຂື້ນ ​ແລະ ຫຼຸດລົງ ​ເຊີ່ງ​ຄວາມ​ກົດ​ດັນ​ຂອງ​ອາກາດ​ມີ​ການ​ປ່ຽນຄ່າ​ເຖິງ 4ຄັ້ງ​ຄື
-   ​ເວລາ 04:00​ ​ເປັນ​ຕົ້ນ​ໄປ​ຈະ​ມີຄ່າ​ສູງ​ສຸດ​ໃນ​ເວລາ 10:00
-   ​ເວລາ 10:00 ​ເປັນ​ຕົ້ນ​ໄປ ຄວາມ​ກົດ​ດັນ​ຂອງ​ອາກາດ​ຈະ​ລົດ​ຕ່ຳລົງ ​ແລະ​ມີຄ່າ​ຕ່ຳ​ສຸດ​ໃນ​ເວລາ​ປະມານ 16:00
-   ພາຍຫຼັງ 16:00 ຄວາມ​ກົດ​ດັນ​ກໍ​ຈະ​ເລີ່​ມສູງ​ຂື້ນ​ເລື້ອຍໆຈົນ​ຮອດ​ເວລາ 22:00 ມັນ​ຈື່ງ​ລົດ​ລົງ​ເປັນ​ລຳດັບ​ຈົນ​ຕ່ຳ​ສຸດ​ໃນ​ເວລາ 04:00
ການ​ປ່ຽນຂອງ​ຄວາມ​ກົດ​ດັນ​ນີ້ ​ເກີດ​ຈາກ​ບັນດາ​ບັດ​ໃຈ ​ແລະ ​ໃນ​ເງື່ອນ​ໄຂ​ຄື ອຸນຫະພູມ​ຂອງ​ກາກາດ ຍ່ານ​ຄວາມ​ສູງ ລະບົບ​ຄວາມດັນ​ເຄື່ອນ​ທີ່ ​ແລະ ລະດູ​ການ

1.     ຄວາມ​ກົດ​ດັນ​ຂອງ​ອາກາດ​ປ່ຽນ​ແປງ​ໄປ​ຕາມ​ລະດັບ​ຄວາມ​ສູງ
ຄວາມ​ກົດ​ດັນ​ຂອງ​ອາກາດ​ໃນ​ສະພາບ​ປົກກະຕິ​ຈະ​ມີຄ່າ​ເທົ່າ​ກັບ 760ມິ​ລີ​ແມັດ​ບາຫຼອດ ​ແຕ່​ເມື່ອ​ໄປ​ຮອດ​
ລະດັບ​ສູງ1000​ແມັດ ຈະ​ມີ​ພຽງ​ແຕ່ 674ມິ​ລີ​ແມັດ​ບາຫຼອດ​ ​ເມື່ອ​ໄປ​ຮອດ​ຍ່ານ​ຄວາມ​ສູງ 10,000​ແມັດ ຄວາມ​ກົດ​ດັນ​ຍິ່ງ​ຕ່ຳລົງ135ມິ​ລີ​ແມັດ​ບາຫຼອດ
          ຈາກ​ຕົວ​ເລກ​ນີ້​ເຮົາ​ເຫັນ​ວ່າ​ຍິ່ງ​ສູງ​ຈາກໜ້າດິນຫຼາຍ​ເທົ່າ​ໃດ​ມວນ​ອາກາດ​ຍີ່​ງ​ເບົາບາງ​ລົງ​ເທົ່າ​ນັ້ນ​ແຕ່​ການຫຼຸດລົງ​ຂອງ​ຄວາມ​ກົດ​ດັນ​ອາກາດ​ບໍ່​ໄດ້ຫຼຸດລົງ​ຕາມ​ອັດຕາ​ສ່ວນ​ຄື​ກັບ​ການຫຼູດລົງ​ຂອງ​ອຸນຫະພູມ ​ເມື່ອ​ຂື້ນສູງຫຼາຍ​ເທົ່າ​ໃດ​ອັດຕາ​ການຫຼຸດລົງ​ຍິ່ງ​ຕ່ຳ​ເລື້ອຍໆ


ລະດັບ​ຄວາມ​ສູງ
( ມມ )
ຄວາມ​ກົດ​ດັນ
( ມມ ບາຫຼອດ )
ລະດັບ​ຄວາມ​ສູງ
( ມມ )
ຄວາມ​ກົດ​ດັນ
( ມມ ບາຫຼອດ )
0
7600
14000
6422
1000
7557
15000
6354
2000
7422
16000
6266
3000
7333
17000
6199
4000
7255
18000
6111
5000
7220
19000
6004
6000
7000
20000
5966
7000
6999
21000
5255
8000
6911
22000
4611
9000
6881
23000
4033
10000
6744
24000
3522
11000
6666
25000
3066
12000
6558
26000
2666
13000
6540
27000
2600


2.    ຄວາມ​ກົດ​ດັນ​ຂອງ​ອາກາດ​ປ່ຽນ​ແປງ​ໄປ​ຕາມ​ການ​ປ່ຽນ​ແປງ​ຂອງ​ອຸນຫະພູມ
​ໃນ​ເວລາ​ທີ່​ມວນ​ອາກາດໜື່ງຫາກໜາວ​ເຢັນ​ລົງ ບໍ​ລີ​ມາດ​ຂອງ​ມັນ​ຈະຫຼຸດລົງ ​ແລະ ມວນ​ສານ​ຂອງ​ມັນ​ຈະ​ເພີ່ມ​
ຂື້ນ  ໝາຍຄວາມ​ວ່າ​ນ້ຳໜັກຂອງ​ມັນ​ເພີ່ມ​ຂື້ນ​ໃນ​ເວລາ​ນີ້ມ​ວນອາກາດ​ດັ່ງກ່າວ​ຈະ​ເຄື່ອນ​ຈາກ​ເທິງ​ລົງ​ລຸ່ມ​ແລະ​ເຮັດ​ໃຫ້​ມີ​ຄວາມ​ກົດ​ດັນ​ສູງ ຖ້າວ່າ​ອາກາດ​ຫາກ​ຖືກ​ຄວາມ​ຮ້ອນ​ເຜົາ​ໄໝ້ ບໍລິ​ມາດ​ກໍ​ຈະ​ເພີ່ມ​ຂື້ນ ​ແລະ ມວນ​ສານ​ຈະຫຼຸດລົງ ​ເຮັດ​ໃຫ້​ເກີດ​ຄວາມດັນ​ຕ່ຳ ສ່ວນ​ບໍລິ​ເວນ​ທີ່​ຖືກ​ອາກາດ​ເຜົາ​ໄໝ້​ແຮງ ​ແລະ​ມີ​ອາກາດ​ປິວ​ຂື້ນັ້ນ​ເປັ​ເຂດ​ຂອງ​ຄວາມ​ກົດ​ດັນ​ຕ່ຳ.
          ນອກຈາກ​ນີ້ຄວາມ​ແຕກ​ຕ່າງ​ຂອງ​ອຸນຫະພູມ​ລະ​ຫວ່າງ​ກາງ​​ເວັນ​ແລະ​ກາງຄືນ ກໍ​ມີ​ຜົນ​ໃຫ້​ຄວາມ​ກົດ​ດັນ​ຂອງ​ອາກາດ​ມີ​ການ​ປ່ຽນ​ແປງ​ເຮົາ​ຈະ​ສັງ​ເກດ​ໄດ້​ວ່າ ບັນດາ​ສູນ​ຄວາມດັນ​ສູງ ​ແລະ ຕ່ຳ ມີ​ການ​ເຄື່ອຍຍ້າຍ​ຢ່າງ​ເນືອງນິດ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ທີ່​ຂື້ນ​ເໜືອ ​ແລະ ລົງ​ໃຕ້ ການ​ທີ່​ເປັນ​ເຊັ່ນ​ນີ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າຄວາມ​ກົດ​ດັນ​ຂອງ​ອາກາດ​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ​ເຮົາ​ສາມາດ​ສັງ​ເກດ​ໄດ້​ວ່າ​ເຟື້ອ​ໂລກ​ໃຕ້​ນັ້ນ​ຄວາມ​ກົດ​ດັນ​ມີ​ລັກສະນະ​ຄົງ​ທີ່ ​ແລະ ປົກກະຕິ​ກວ່າ​ຢູ່​ເຟື້ອງ​ໂລກ​ເໜືອ .

3.    ຄວາມ​ກົດ​ດັນ​ຂອງ​ອາກາດປ່ຽນ​ແປງ​ຍ້ອນ​ລະດັບ​ຄວາມດັນ​ເຄື່ອນ​ທີ່
ນອກຈາກ​ບັນດາ​ປັດ​ໄຈ​ຕ່າງໆທີ່​ສົ່ງ​ຜົນ​ສະທ້ອນ​ໃຫ້​ຄວາມ​ກົດ​ດັນ​ມີ​ການ​ປ່ຽນ​ແປງ​ດັ່ງ​ທີ່​ກ່າວ​ມາ​ນັ້ນ​ລະບົບ​
ຄວາມ​ກົດ​ດັນ​ຂອງ​ອາກາດທີ່​ເຄື່ອນ​ທີ່​ໄດ້​ນັ້ນ​ກໍ​ແມ່ນ​ປັດ​ໄຈໜື່ງທີ່​ມີ​ຄວາມ​ສາມາດ​ເຮັດ​ໃຫ້​ຄວາມ​ກົດ​ດັນ​ຂອງ​ອາກາດ​ໃນ​ຂົງ​ເຂດ ຫຼື ບໍລິ​ເວນ​ຄວາມ​ກົດ​ດັນ​ໃດໜື່ງມີ​ການ​ປ່ຽນ​ແປງ ​ເຊີ່ງ​ລະບົບ​ຄວາມ​ກົດ​ດັນ​ມີ 2 ປະ​ເພດ​ຄື​ ລະບົບ​ຄວາມ​ກົດ​ດັນ​ສູງ ​ແລະ ລະບົບ​ຄວາມ​ກົດ​ດັນ​ຕ່ຳ
          ຖ້າ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ຫາກ​ເຄື່ອນ​ທີ່​ໄປ​ຜ່ານ ຫຼື ປົກ​ຄຸມ​ຂົງ​ເຂດ​ໃດ​ແລ້ວ​ກໍ​ຈະ​ພາ​ໃຫ້​ມີ​ຄວາມ​ກົດ​ດັນ​ຕ່ຳ ​ແລະ ອາດ​ມີ​ລັກສະນະ​ປັ່ນ​ປ່ວນ ມີ​ລົມ​ພັດ​ແຮງ ​ແລະ ຝົນຕົກໜັກ ຈົນ​ກວ່າ​ລະບົບ​ຄວາມ​ກົດ​ດັນ​ດັ່ງກ່າວ​ຈະ​ເຄື່ອນ​ທີ່​ຜ່າ​ນພົ້ນ​ໄປ.



4.    ຄວາມ​ກົດ​ດັນ​ຂອງ​ອາກາດ​ປ່ຽນ​ແປງ​ໄປ​ຕາມ​ລະດູ​ການ
​ເມື່ອ​ເບີ່​ງຕາມ​ແຜນ​ທີ່​ລຸ່ມ​ນີ້​ເຮົາ​ຈະ​ເຫັນ​ວ່າ​ບັນດາ​ສູນ​ຄວາມດັນ​ຕ່າງ​ຢູ່​ເທິງໜ້າ​ໂລກ​ມີ​ການ​ເຄື່ອນ​ຂື້ນ​ເໜືອ ຫຼື ລົງ​
ໃຕ້ ​ແລະ ປ່ຽນ​ແປງ​ໄປ​ຕາມ​ລະດູ​ການ ​ເຖິງ​ວ່າ​ສູນ​ຄວາມດັນ​ຈຳນວນໜື່ງທີ່​ມີ​ລັກສະນະ​ຄົງ​ທີ່ຢູ່​ເທີ​ງມະຫາ​ສະໝຸດ​ໃນ​ເຂດ​ເສັ້ນ​ຂະໜານທີ 30​ເໜືອ ຫຼື ​ໃຕ້ ​ແຕ່​ບັນດາ​ສູນ​ຄວາມດັນ​ເຫຼົ່ານີ້ກໍ​ຍັງ​ມີ​ການ​ປ່ຽນ​ແປງ​ຮູບ​ຮ່າງ ​ແລະ ມີ​ການ​ເຄື່ອນ​ທີ່ຢູ່​ເລັກ​ນ້ອຍ.
ຮູບ​ທີ  ຄວາມ​ກົດ​ດັນ​ຂອງ​ອາກາດ​ໃນ​ເດືອນ​ມັງກອນ
 
 



          ຢູ່​ໃນ​ແຜນ​ທີ່​ນັ້ນ ​ໃນ​ໄລຍະ​ເດືອນ​ມັງກອນ ບັນດາ​ສູນ​ຄວາມດັນ​ສູງ​ເຂດ​ຂົ້ວ​ໂລກ​ເໜືອ ​ໄດ້​ຂະຫຍາຍຕົວ​ອອກ​ແລະ​ລົງ​ມາ​ປົກ​ຄຸມ​ທະວີບອາ​ຊີ ​ແລະ ​ແຜ່ນດິນ​ອາ​ເມ​ຮິ​ກາ​ເໜືອ ພ້ອມ​ດຽວກັນນີ້ມັນ​ກໍ່​ໄດ້​ເຊື່ອມ​ຕໍ່​ໃສ່​ເຂດ​ຄວາມ​ກົດ​ດັນ​ສູງ​ທີ່​ກວ້າງ​ໃຫຍ່​ໄພສານ​ຂອງ​ເຟື້ອງ​ໂລກ​ເໜືອ ຍົກ​ເວັ້ນ​ເຂດ​ເໜືອຂອງ​ມະຫາ​ສະໝຸດອັດ​ລັງ​ຕິກ ​ແລະ ປາຊີ​ຟິກ. ​ໃນ​ໄລຍະ​ເດືອນ​ກໍລະກົດ ​ເຂດ​ຄວາມ​ກົດ​ດັນ​ສູງ​ຢູ່​ເຟື້ອງ​ໂລກ​ເໜືອນັ້ນ​ເກືອບ​ວ່າ​ບໍ່ມີ​ເລີຍ ຍົກ​ເວັ້ນ​ເຂດ​ມະຫາ​ສະໝຸດ ​ເຂດ​ເສັ້ນ​ຂະໜານທີ 30​ເໜືອ ​ແຕ່​ກໍ​ຢູ່​ໃນ​ສະພາບ​ທີ່​ຫົດ​ຕົວ ກົງກັນຂ້າມ​ທາງ​ເຟື້ອງ​ໂລກ​ໃຕ້​ບັນດາ​ສູນ​ຄວາມ​ກົດ​ດັນ​ຕ່າງໆ​ໄດ້​ຂະຫຍາຍຕົວ ​ເວລາ​ນີ້​ທະວີບອາຊີ​ແມ່ນ​ຖຶກປົກ​ຄຸມ​ດ້ວຍ​ເຂດ​ອາກາດ​ກົດ​ດັນ​ຕ່ຳ ​ເຊີ່ງ​ຈຸດ​ສູນ​ກາງ​ແມ່ນ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ​ອິນ​ເດຍ.

  IV.      ສະພາບຂອງຄວາມກົດດັນຂອງອາກາດໃນຕຳແໜ່ງຕ່າງໆຂອງຍ່ານຄວາມສູງ
1.   ຄວາມ​ກົດ​ດັນ​ຂອງ​ອາກາດ​ໃນ​ລະດັບໜ້າດິນ
ບັນດາ​ສູນ​ຄວາມດັນ​ຕ່າງໆມີ​ການ​ປ່ຽນ​ແປງ​ຮູບ​ຮ່າງ​ລັກສະນະ ​ແລະ ມີ​ການ​ເຄື່ອນ​ທີ່​ໄປ​ມາ​ຕາມ​ລະດູ​ການ ບັນ
ດາ​ເສັ້ນ​ຄວາມດັນ​ສະ​ເໝີກໍ​ມີ​ການ​ວົນວຽນ​ໄປມາ​ຢ່າງ​ບໍ່ສະໝ່ຳສະ​ເໝີກັນ ​ແລະ ບໍ່​ເປັນ​ລະບຽບປານ​ໃດ ໝາຍຄວາມ​ວ່າ ສະພາບ​ຄວາມ​ກົດ​ດັນ​ຢູ່ໜ້າ​ໂລກນັ້ນ​ມີ​ການ​ພົວພັນ​ໂດຍ​ກົງ​ກັບ​ການ​ແຈກ​ຍາຍ​ຂອງ​ອຸນຫະພູມ​ຢູ່​ໃນ​ແຕ່ລະ​ຂົງ​ເຂດ​ຂ​ອງ​ໂລກ ​ເວົ້າ​ລວມ​ແມ່ນ​ຂື້ນກັບນ້ຳໜັກຂອງ​ອາກາດ​ແຕ່​ເທິງ​ລົງ​ລຸ່ມ ທີ່​ກົດ​ທັບ​ກັນ​ລົງ​ໃສ່ໜ້າດິນ ​ແຕ່​ນ້ຳນັກ​ດັ່ງ​ກ່າວ​ນັ້ນ ​ແຕກ​ຕ່າງ​ກັນ​ລະຫວ່າງ​ອາກາດ​ກັບ​ອຸນຫະພູມ ດັ່ງ​ນັ້ນ​ອາກາດ​ຢູ່​ໃນ​ຊັ້ນ​ຕ່ຳ​ສຸດ​ຂອງ​ບັນຍາກາດ​ຈື່ງ​ເຮັດ​ໃຫ້​ເກີດ​ຄວມກົດດັນ​ສູງ
          ​ເນື່ອງ​ຈາກ​ອາກາດ​ເຄື່ອນ​ຍ້າຍ​ຈາກ​ເຂດ​ຄວາມ​ກົດ​ດັນ​ສູງ​ໄປ​ຫາ​ເຂດ​ຄວາມ​ກົດ​ດັນ​ຕ່ຳ ອາກາດ​ເຢັນ​ຈະ​ຕ້ອງ​ໄຫຼ​ໄປ​ຫາ​ອາກາດ​ຮ້ອນ​ເປັນ​ປະຈຳ ສູນ​ຄວາມ​ກົດ​ດັນ​ສູງ​ຈະ​ແຜ່​ຂະຫຍາຍ​ອອກ​ຈາກ​ເຂດ​ໃຈກາງ​ຂອງ​ມັນ ​ແລ້ວ​ພັດ​ໄປ​ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ ສູນ​ຄວາມ​ກົດ​ດັນ​ຕ່ຳ​ບ່ອນ​ທີ່​ອາກາດ​ເຄື່ອນ​ທີ່​ສູງ​ກໍ​ຈະ​ດູດ​ເອົາ​ອາກາດ​ຈາກ​ເຂດ​ອ້ອມຂ້າງການ​ເປັນ​ໄປ​ຄື​ດັ່ງ​ກ່າວ​ນີ້ມັນ​ແມ່ນ​ບຸກຄະ​ລິ​ກະພາບ​ໂດຍ​ທົ່ວ​ໄປ​ຂອງ​ສະພາບ​ຄວາມ​ກົດ​ດັນ​ຊັ້ນ​ຕ່ຳ​ສຸດ​ຂອງ​ບັນຍາກາດ​ນີ້.

2.   ຄວາມ​ກົດ​ດັນ​ໃນ​ຍ່ານ​ສູງໆ
ຢູ່​ຍ່ານ​ສູງໆ​ແຕ່ 3000​ແມັດ​ຂື້ນ​ໄປ ​ເພີ່ນ​ພົບ​ວ່າ ສະພາບ​ຄວາມ​ກົດ​ດັນ​ຂອງ​ອາກາດ ​ແມ່ນ​ມີ​ລັກສະນະ​
ກົງກັນຂ້າມຢູ່​ໃນ​ລະດັບ​ຂອງໜ້າດິນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ລະດັບ​ປະມານ 9000​ແມັດ ຈາກໜ້າດິນ ບັນດາ​ເສັ້ນ​ຄວາມດັນ​ສະ​ເໝີ​ແມ່ນ​ເນັ່ງ​ໃສ່​ເສັ້ນ​ຊື່ ​ແຕ່​ທິດຕາ​ເວັນ​ອອກ ຫາ ທິດຕາ​ເວັນ​ຕົກ ​ແລະ ບອກ​ໃຫ້​ຮູ້​ວ່າ ຄວາມ​ກົດ​ດັນ​ຂອງ​ອາກາດ​ມີ​ການ​ເພີ່ມ​ຂື້ນຕັ້ງ​ແຕ່​ເຂດ​ຂົ້ວ​ໂລກ​ໄປ​ຫາ​ເຂດ​ເສັ້ນ​ສູນ​ສູດ
          ການ​ທີ່​ຄວາມດັນ​ຂອງ​ອາກາດ​ຢູ່​ໃນ​ຍ່ານ​ສູງໆມີ​ສະພາບ​ຄວາມ​ເປັນ​ໄປ​ຄື​ດັ່ງກ່າວ​ມາ​ນັ້ນ​ກໍ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ອຸນຫະພູມ​ໃນ​ສະພາບ​ທີ່​ມວນ​ອາກາດ​ຕ່າງໆຫາກ​ມີ​ອຸນຫະພູມ​ຕ່າງ​ກັນ​ແມ່ນ​ຈະ​ພາ​ໃຫ້​ເກີດ​ກະ​ຣາດຽງຂອງ​ຄວາມ​ກົດ​ດັນກໍ​ຈະ​ພາ​ໃຫ້​ເກີດ​ການ​ເຄື່ອນ​ທີ່​ຂອງ​ອາກາດ ຕາມ​ທຳ​ມະ​ດາ​ແລ້ວ​ເມື່ອ​ຂື້ນສູງ​ຈກໜ້າດິນຫຼາຍ​ເທົ່າ​ໃດ​ຄວາມ​ກົດ​ດັນ​ຂອງ​ອາກາດ​ຍີ່​ງຕ່ຳລົງ ​ແຕ່​ໃນ​ຕົວ​ຈິງ​ອາກາດຫຼຸດລົງ​ຂອງ​ຄວາມ​ກົດ​ດັນ​ຕາມ​ລະດັບ​ຄວາມ​ສູງ​ນັ້ນ​ຈະ​ມີ​ຄວາມ​ໄວ​ແຕກ​ຕ່າງ​ກັນ​ສຳລັບ​ມວນ​ອາກາດ​ເຢັນ ຫຼື ໜາວ ຈະ​ມີ​ອັດຕາ​ສ່ວນ​ການຫຼູດຂອງ​ຄວາມ​ກົດ​ດັນ​ຕາມ​ລະດັບ​ຄວາມ​ສູງ ​
ເຖີງວ່າຄວາມ​ກົດ​ດັນ​ຂອງ​ອາກາດ​ເຢັນ​ເມື່ອ​ຢູ່​ໃນ​ລະດັບ​ຂອງໜ້າດິນ​ຈະ​ສູງ​ກວ່າ​ຄວາມ​ກົດ​ດັນ​ຂອງ​ອາກາດ​ຮ້ອນ​ກໍ​ຕາມ​ແຕ່​ເມື່ອ​ຂື້ນສູ່​ລະດັບ​ສູງ​ແລ້ວ ຄວາມ​ກົດ​ດັນ​ຂອງ​ມັນ​ກໍ​ຈະ​ຕ່ຳ​ກວ່າ​ລະດັບ​ຄວາມ​ກົດ​ດັນ​ຂອງ​ອາກາດ​ຮ້ອນ ​ເຫດຜົນ​ດັ່ງກ່າວ​ຍ້ອນ​ມວນ​ອາກາດ​ຮ້ອນ​ພາ​ໃຫ້​ເກີດ​ຄວາມ​ກົດ​ດັນ​ສູງ​ ​ແລະ ມວນ​ອາກາດ​ເຢັນ​ພາ​ໃຫ້​ເກີດ​ຄວາມ​ກົດ​ດັນ​ຕ່ຳ ອັນ​ເປັນ​ຜົນ​ເຮັດ​ໃຫ້​ອາກາດ​ຕ້ອງ​ເຄື່ອນ​ທີ່​ຈາກ​ອາກາດ​ຮ້ອນ​ໄປ​ຫາ​ອາກາດ​ເຢັນ ​ເຊີ່ງ​ເປັນ​ການ​ກົງກັນຂ້າມ​ກັບ​ສະພາບ​ຄວາມ​ກົດ​ດັນ​ແລະ​ການ​ເຄື່ອນ​ທີ່​ຂອງ​ອາກາດ​ຢູ່​ໃນ​ລະດັບ​ຂອງໜ້າດິນ.
          ກະ​ແສ​ອາກາດ​ທີ່​ເຄື່ອນ​ທີ່​ກົງ​ກັນ​ຂ້າມ​ນີ້ ມີ​ຜົນ​ສະ​ທ້ອນ​ບໍ່ນ້ອຍ​ຕໍ​ການ​ເຄື່ອນທີ່​ຂອງ​ອາກາດ​ຢູ່​ເຂດ​ຕ່ຳ​ສຸດ​ຂອງ​ບັນຍາກາດ​ນີ້​ເປັນ​ຕົ້ນ​ແມ່ນ​ເຂດໜ້າດິນ​ດ້ວຍ​ເຫດ​ນີ້​ເອງ​ມວນ​ອາກາດ​ຂອງ​ເຂດ​ຄວາມ​ກົດ​ດັນ​ສູງ​ຈື່ງ​ຖືກ​ທຳລາຍ​ຫຼຶຖືກ​ກຳຈັດ​ລົງ​ເຮັດ​ໃຫ້​ມໍ​ລະ​ສຸມໜາວ​ເຢັນ​ມາ​ເປັນ​ໄລຍະ ​ໂດຍ​ມີ​ລັກສະນະ​ພັດ​ມາ​ເປັນຄື້ນ ສ່ວນ​ໃນ​ລະດູ​ຮ້ອນ ລົມ​ມໍ​ລະ​ສຸມ​ຮ້ອນ ​ແລະ ຊຸ່ມ ກໍ​ໄດ້​ພັດ​ຜ່ານ​ປະ​ເທດ​ເຮົາ​ໄປ​ໃນ​ລັກສະນະ​ດຽວກັນ ​ເຊີ່ງ​ບາງ​ຄັ້ງ​ກໍ​ພາ​ໃຫ້​ມີ​ລະດູ​ແລ້ງ​ເປັນ​ບາງ​ຄັ້ງ​ຢູ່​ໃນ​ກາງ​ໄລຍະ​ຂອງ​ລະດູຝົນ
          ບັນດາ​ສູນ​ຄວາມດັນ​ຢູ່​ໃນ​ຊັ້ນ​ຕ່ຳ​ສຸດ​ຂອງ​ບັນຍາກາດ​ນີ້ຈະ​ສືບຕໍ່ຄົງ​ຕົວ​ໄດ້​ຍາວ​ນານ​ອາກາດ​ຈະ​ມີ​ກາ​ນ​ເຄື່ອນ​ທີ່​ຢ່າງ​ເປັນ​ປົກກະຕິ​ກໍ​ຕໍ່​ເມື່ອ​ການ​ແບ່ງປັນ​ຂອງ​ອຸນຫະ​ພູມ​ໄດ້​ສ້າງ​ໃຫ້​ເກີດ​ການ​ເຄື່ອນ​ທີ່​ກໍລະນີ​ດັ່ງກ່າວ​ນີ້​ເພີ່ນ​ເອີ້ນ​ວ່າ ຄວາມ​ກົດ​ດັນ​ສູງ​ແບບ​ປະສົມ ຫຼື ຄວາມດັນ​ຕ່ຳ​ແບບ​ປະສົມ , ຄວາມ​ກົດ​ດັນ​ສູງ​ແບບ​ປະສົມ​ຈະ​ເກີດ​ຂື້ນ​ໄດ້​ກໍໍ່ຕໍ່​ເມື່ອ 2ມວນ​ອາກາດ ຊ້ອນ​ທັບ​ກັນ ​ເຊີ່ງ​ທາງ​ລຸ່ມ​ແມ່ນ​ມວນ​ອາກາດໜາວຈັດ ສ່ວນ​ທາງ​ເທີ​ງກໍ​ແມ່ນ​ອາກາດ​ທີ່​ຮ້ອນ​ແລະ​ຮ້ອນ​ຜິດ​ປົກກະຕິ ​ເຊີ່ງ2ມວນ​ອາກາດ​ນີ້ ​ໄດ້​ກໍ​ໃຫ້​ເກີດ​ສະພາບ​ຄວາມ​ກົດັນ​ສູງ​ໂດຍ​ທົ່ວ​ໄປ​ໃນ​ທຸກ​ລະດັບ​ຄວາມ​ສູງ  ສ່ວນ​ຄວາມ​ກົດ​ດັນ​ຕ່ຳ​ແບບ​ປະສົມ ມັນ​ຈະ​ເກີດ​ຂື້ນ​ໄດ້​ກໍ​ຕໍ​ເມື່ອ ມວນ​ອາກາດໜາວຊ້ອນ​ຢູ່​ເທີ​ງມວນ​ອາກາດ​ຮ້ອນ ​ເຊີ່ງ​ກໍລະນີ​ດັ່ງກ່າວ​ໄດ້​ພາ​ໃຫ້​ເກີດ​ສະພາບ​ຄວາມ​ກົດ​ດັນ​ຕ່ຳ​ຢູ່​ໃນ​ທຸກ​ລະດັບ​ຂອງ​ຍ່ານ​ຄວາມ​ສູງ

     V.        ອຸປະກອນ​ສຳລັບ​ວັດ​ແທກ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ
ອຸປະກອນສຳລັບວັດແທກຄວາມກົດດັນຂອງອາກາດໄດ້ແກ່ບຣາ​ໂຣ​ແມັດ​ເຊີ່ງ​ມີຫຼາຍ​ແບບຫຼາຍຊະນິດ​ແຕກ​
ຕ່າງ​ກັນ​ໃນ​ນັ້ນ​ມີ 2 ຊະນິດ​ສຳຄັນ​ຄື ບາ​ໂຣ​ແມັດ​ບາຫຼອດ ​ແລະ ບຣາ​ໂຣ​ແມັດ​ໂລຫະ

1.     ບຣາ​ໂຣ​ແມັດ​ບາຫຼອດ
​ແມ່ນ​ອຸປະກອນ​ວັດ​ແທກ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ຊະນິດໜື່ງທີ່​ຖຶກປະດິດ​ຂື້ນມາ​ໂດຍ​ຖື​ເອົາ​ການ​ທົດ​
ລອງ​ຂອງ​ທ່ານ ຕໍຣີ​ແຊນ​ລີ ນັກວິທະຍາສາດ​ຄົນ​ອີ​ຕາ​ລີ ​ໃນ​ການ​ທົດ​ລອງ ​ໄດ້​ເອົາ​ຫຼອດ​ແກ້ວ​ຍາວ 1​ ແມັດ ມາ​ບັນຈຸ​ນ້ຳ​ໃຫ້​ເຕັມ ​ແລ້ວ​ເອົາ​ໂປ້​ມື​ອັດ​ປາກ​ແກ້ວ​ໄວ້ ​ແລ້ວ​ເອົາ​ບາຫຼອດ​ນັ້ນ​ໄປ​ຂວ້ຳ​ລົງ​ອ່າງ​ແກ້ວ​ບາຫຼອດ ຜົນ​ປາກົດ​ນ້ຳ​ໃນ​ບາຫຼອດ​ແກ້ວ​ນັ້ນ​ໄດ້​ລົດ​ຄວາມ​ສູງ​ລົງ​ຍັງ​ເຫຼືອ​ພຽງ​ແຕ່ 760ມິ​ລີ​ແມັດ ນັ້ນ​ກໍ​ເພາະ​ວ່າຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ພາຍ​ໃນ​ແກ້ວ​ຖືກ​ກົດ​ດັນ​ລົງ ອີງ​ຕາມ​ຫຼັກການ​ດັ່ງກ່າວ​ໃນ​ການ​ສ້າງ​ບາ​ໂລ​ແມັດ​ບາຫຼອດ​ແລ້ວ​ບັນຈຸ​ນ້ຳ​ບາຫຼອດ​ແມ່ນ​ມີ​ສອງ​ຊະນິດ ຄື ບາ​ໂລ​ແມັດ​ແອ່ງ ​ແລະ ບາ​ໂລ​ແມັດ​ຂໍ

v  ບາ​ໂລ​ແມັດ​ຂໍ
​ແມ່ນ​ບາ​ໂລ​ແມັດຊະ​ນິດ​ໜື່ງທີ່​ເຮັດ​ດ້ວຍ​ຫຼອດ​ແກ້ວ​ບາງ​ກວ່າ​ຍາວໆ ​ແລະ ຂົດ​ເປັນ​ຂໍ​ທາງ​ລຸ່ມ​ ​ແລະ ສ່ວນ​ປາຍ​ຂອງ​ມັນ​ເປັນ​ເປົ້າ​ໃຫຍ່​ອອກ ການ​ອ່ານ​ຄ່າ​ຂອງ​ບາ​ໂລ​ແມັດ​ນີ້​ຕ້ອງ​ອາ​ໄສ ມາດຕາ​ສ່ວນ​ຂະຫຍາຍ​ຂຶ້ນ​ລົງ​ຂອງ

ຮູບ ບາ​ໂລ​ແມັດ​ຂໍ

v  ບາ​ໂລ​ແມັດ​ແອ່ງ
​ແມ່ນ​ອຸປະກອນ​ຊະນິດໜື່ງທີ່​ມີ​ການ​ນຳ​ໃຊ້​ຢ່າງ​ແຜ່ຫຼາຍ​ໃນ​ການ​ວັດ​​ແທກ​ຄວາມ​ກົດ​ດັນ​ຂອງ​ບັນ​ຍາ​ກາດ
ອຸປະກອນ​ຊະນິດ​ນີ້​ເຮັດ​ດ້ວຍຫຼອດ​ແກ້ວ​ຍາວ​ປະມານ 80 ຫາ 90ຊັງ​ຕີ​ແມັດ ຢູ່​ໃນ​ຂ້າງ​ໃນ​ນັ້ນ​ເພີ່ນ​ບັນຈຸ​ນ້ຳ​ບາຫຼອດ​ໃສ​ໄວ້  ນ້ຳ​ບາຫຼອດຢູ່​ໃນຫຼອດ​ແກ້ວ​ນັ້ນ​ຈະ​ລົດ​ຕ່ຳລົງ​ເທົ່າ​ກັບ​ແຮງ​ຄວາມດັນ​ຂອງ​ບັນຍາກາດ​ທີ່​ມີ​ຕໍ່ນ້ຳ​ບາຫຼອດ ​ໃນ​ແອ່ງ​ນັ້ນ​ຄື​ມີ​ຄວາມ​ສູງ​ປະມານ 760ມິ​ລິ​ບາ ຖ້າ​ຄວາມ​ກົດ​ດັນ​ຂອງ​ບັນຍາກາ​ດມີ​ການ​ປ່ຽນ​ແປງ​ໄປ​ລະດັບ​ຂອງ​ນ້ຳ​ບາຫຼອດ​ໃນຫຼອດ​ແກ້ວ​ນັ້ນ​ກໍ​ຈະ​ມີ​ການ​ປ່ຽນ​ແປງ​ໄປ​ດ້ວຍ

ຮູບ ບາ​ໂລ​ແມັດ​ແອ່ງ



2.    ບາ​ໂລ​ແມັດ​ໂລຫະ
​ແມ່ນ​ອຸປະກອນ​ສຳລັບ​ວັດ​ແທກ​ຄວາມດັນ​ຂອງ​ບັນຍາກາດ​ຊະນິດໜື່ງທີ່​ເຮັດ​ດ້ວຍ​ໂລຫະ ​ແທນ​ທີ່​ຈະ​ເຮັດ​
ດ້ວຍຫຼອດ​ແກ້ວ ບາ​ໂລ​ແມັດຊະ​ນິດ​ນີ້​ມີຫຼາຍຊະນິດ​ນຳ​ກັນ​ຄື

v  ບາ​ໂຮ​ແມັດ​ກັບ
​​ເຮັດ​ດ້ວຍ​ສູນຍາກາດ​ແປໆ ດ້ານ​ລຸ່ມ​ຖຶກຍືດຕິດ​ກັບ​ແທ່ນ​ໄວ້ ສຳລັບ​ປາຍ​ອີກ​ດ້ານໜື່ງຖຶກຕິດ​ກັບ​ເຂັມ​ຊີ້ ​ແລະ ພັນ​ຮອບໝາກລໍ້​ໄວ້ ​ເມື່ອ​ອາກາດ​ດັນ​ລົງ​ໃສ່​ແອບ​ສູນຍາກາດ ມັນ​ຈະ​ເຮັດ​​ໃຫ້​ແອບ​ດັ່ງກ່າວ​ໂພງ​ອອກ ​ແລະ ​ແວບ​ເຂົ້າ ຖ້າວ່າ​ຄວາມ​ກົດ​ດັນ​ຫາກ​ຄ່ອຍ​ລົງ​ແອບ​ໂລຫະ​ນັ້ນ​ຈະ​ໂພງ​ອອກ​ແລະ​ເຮັດ​ໃຫ້​ປາຍ​ຄານ​ຫຍັບ​ເຂົ້າ ພ້ອມ​ດຽວກັນ​ນີ້​ໃຍ​ສະປິງ​ທີ່​ຍຶດຕິດໝາກລໍ້​ໄວ້​ກໍ​ຈະໝູນລູກໝາກລໍ້​ມ້ວນ​ໂສ້​ເຂົ້າ ​ແລະ​ການໝູນປີ່​ນ​ໄປ ກັບ​ຂອງ​ເຂັມ​ຊີ້​ນັ້ນ​ຈະ​ບອກ​ຄ່າ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ຢູ່​ເທີ​ງ​ແຜ່ນ​ມາດຕາ​ສ່ວນ​ຕາມ​ສະພາບ​ຄວາມ​ກົດ​ດັນ​ຕ່ຳຫຼືສູງ.

ຮູບ ບາ​ໂຮ​ແມັດ ​ແລະ ຮູບ​ສະ​ແດງ​ສ່ວນ​ປະກອບ​ຕ່າງໆຂອງ​ມັນ

v  ບາ​ໂຮ​ກຣາບ
​ແມ່ນ​ອຸປະກອນ​ວັດ​ແທກ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ຊະນິດ​ໜື່ງທີ່​ຖຶກດັດ​ແປງ​ມາ​ຈາກ​ບາ​ໂຮ​ແມັດ​ແອບ​ແລະ​ເປັນ​ອຸປະກອນ​ທີ່​ສາມາດ​ບັນທຶກ​ຄ່າ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ໄດ້​ເອງ ມັນ​ປະກອບ​ດ້ວຍ​ແອບ​ວັດ​ແທກ​ສູນຍາກາດ​ແປໆ​ຫຫຼາຍ​ອັນ ທີ່​ໄດ້​ຍຶດຕິດ​ກັບ​ແທ່ນ​ຂອງ​ເຄື່ອງ ​ແລະ ​ແຜ່ນ​ຍຶດຂອງ​ແອບ​ທີ່ຢູ່​ເທິງ​ສຸດ​ ​ເມື່ອ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ມີ​ການ​ປ່ຽນ​​ແປງ​ມັນ​ກໍ​ຈະ​ເຮັດ​ໃຫ້​ແອບ​ໂລຫະ​ແວບ​ເຂົ້າ ຫຼື ​ໂພງ​ອອກ​ເນື່ອງ​ຈາກ​ວ່າ​ກະບັງ​ດັ່ງກ່າວ​ໝູນ​ປີ່​ນອ້ອມ​ຕົວ​ມັນ​ເອງ ​ໂດຍ​ໃຊ້​ເວລາ 24ຊົ່ວ​ໂມງ ​ເຮັດ​ໃຫ້​ຮອຍ​ເສັ້ນ​ຂີດ​ເທີ​ງບັ້ງ​ກະດານ​ກຣາບນັ້ນ​ຫັນ​ຂື້ນ​ຕາມ​ສະພາບ​ຄວາມ​ແຮງ​ຂອງ​ຄວາມ​ກົດ​ດັນ

ຮູບ ບາ​ໂລກຣາບ

v  ບາ​ໂລ​ແມັດ​ໜ້າປັດ
​ແມ່ນ​ອຸປະກອນ​ວັດ​ແທກ​ຄວາມ​ກົດ​ດັນ​ຂອງ​ບັນຍາກາດ​ອີກ​ຊະນິດ​ໜື່ງທີ່​ມີ​ການ​ນຳ​ໃຊ້​ຢ່າງ​ແຜ່​ຫຼາຍ​ໃນ​ປະຈຸ​ບັນ ​ແຕ່​ບາ​ຊະນິດ​ນີ້​ມີ​ຮູບ​ລັກ​ສະ​ນະ​ຄື​ໜ່ວຍ​​ໂມງ ​ເທິງ​ໜ້າປັດ​ເພີ່ນ​ຂີດ​ເສັ້ນ​ມາດຕາ​ສ່ວນ​ໄວ້ ​ແລະ ໝາຍ​​ເລກ​ຕົວ​ອັກສອນ​ເພື່ອ​ບອກ​ໃຫ້​ຮູ້​ເຖິງ​ລະດັບ​ຕ່ຳ ຫຼື ສູງ​ຂອງ​ສະພາບ​ອາກາດ ສຳລັບ​ບາ​ໂລ​​ແມັດ​ນີ້​ເພີ່ນ​ຍັງ​ໃຊ້​ເຂົ້າ​ໃນ​ການ​ວັດ​ແທກ​ຄວາມ​ສູງ​ອີກ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ການບິນ​ຕ້ອງ​ໃຊ້​ເປັນ​ປະຈຳ​ເພື່ອ​ຕິດຕາມ​ກວດກາ​ວ່າ​ເຮືອບິນ​ນັ້ນ​ບິນ​ໃນ​ຄວາມ​ສູງ​ຄວາມ​ຕ່ຳ​ເທົ່າ​ໃດ


ຮູບ ບາ​ໂລ​ແມັດ​ໜ້າປັດ