ເພງ ຍອມໃຫ້ນ້ອງມີເຂົາແຕ່ສອງເຮົາບໍ່ເລີກກັນ
ເພງ ຍອມໃຫ້ນ້ອງມີເຂົາແຕ່ສອງເຮົາບໍ່ເລີກກັນ Karaoke
ເສບສົດ ຍອມໃຫ້ນ້ອງມີເຂົາແຕ່ສອງເຮົາບໍ່ເລີກກັນ
ຮ້ອງໂດຍ: ກິດາວເພັດ
ຄຳວ່າຜິດຫວັງອ້າຍບໍ່ຢາກຟັງດອກນ້ອງແກ້ວຕາ
ອ້າຍຢາກໃຫ້ນ້ອງຮູ້ວ່າອ້າຍຮັກແກ້ວຕາກວ່າຊີວິດອ້າຍ
ແຜ່ນດິນ ແຜ່ນຟ້າ ອາທິດຈັນທາ ກໍ່ຍັງບໍ່ຫຼາຍ
ມະຫາສະໝຸດ ຫຼື ວ່າທະເລຊາຍ
ກໍ່ຍັງຮັກບໍ່ຫຼາຍເທົ່າອ້າຍຮັກນ້ອງ
ໜ້າທີ່ວຽກງານບາງຄືນບາງວັນຕ້ອງຫ່າງນ້ອງໄກ
ເວລາອ້າຍມີໃຫ້ນ້ອງບໍ່ຫຼາຍ
ນ້ອງຈື່ງປັນໃຈໃຫ້ຊາຍອື່ນຈອງ
ນ້ອງເລືອກເຂົາແທນ
ມອບຕຳແໜ່ງແຟນໃຫ້ເຂົາຄອບຄອງ
ຕຳແໜ່ງອ້າຍກາຍເປັນແຟນລອງ
ເພາະວ່າອ້າຍຮັກນ້ອງຈື່ງຕ້ອງຍອມທົນ
ຫົວໃຈຂອງອ້າຍເໝືອນດັ່ງໄຟເຜົາໄໝ້ທັ້ງດວງ
ເໝືອນມີມີດກີດລົງກາງຊວງ
ແຟນອ້າຍສຸດຫວງຄວງຊາຍອີກຄົນ
ນ້ຳຕາປຽກໝອນບໍ່ກິນບໍ່ນອນຄິດນຳໜ້າມົນ
ທັ້ງທີ່ອ້າຍຮັກນ້ອງມາດົນ
ວັນນີ້ໜ້າມົນກັບມາເລືອກເຂົາ
ບໍ່ໂທດເຈົ້າດອກແຕ່ອ້າຍຢາກບອກໃຫ້ນ້ອງຮູ້ໄວ້
ເຖິງແມ່ນນ້ອງເລືອກເຂົາຄຽງກາຍ
ອ້າຍກໍ່ຍັງໝາຍຮັກດຽວຄືເຈົ້າ
ສີ່ງດຽວທີ່ຂໍໃຫ້ອ້າຍໄດ້ບໍ່ແມ່ນວນນົງເຍົາ
ອ້າຍຂໍຍອມໃຫ້ນ້ອງມີເຂົາ ແຕ່ວ່າສອງເຮົາຢ່າເລີກກັນ
