วันเสาร์ที่ 13 สิงหาคม พ.ศ. 2559

ເນື້ອເພງ ກຸຫຼາບແທນກາຍ


ເນື້ອຮ້ອງ ແລະ ທຳນອງໂດຍ: ສໍ ແສງສິຣິວັນ
ຮ້ອງໂດຍ: ສົມຟອງ


ກຸຫຼາບດອກນີ້                     ຊ່າງງາມດີນ້ອງນີ້ຂໍມອບໃຫ້
ເພື່ອເປັນຂວັນໃຈ                    ແກ່ຍອດຊາຍທີ່ປາຖະໜາ
ກຸຫຼາບກິ່ນຫອມ                    ນ້ອງຖະໜອມຢູ່ທຸກວັນເວລາ
ແຕ່ເພື່ອອ້າຍດອກໜາ                    ນ້ອງຈື່ງເດັດມາມອບໃຫ້ແທນກາຍ
ກຸຫຼາບດອກນີ້                      ປຽບຊີວີນ້ອງຖອດແຝງສະຖິດ
ເມື່ອໃດໝອງຈິດ                    ໂປດຢ່າຄິດຢຽບຢ່ຳທຳລາຍ
ຂໍຈົ່ງຮັກສາ                   ແມ່ນບຸບຜາຈະຊ້ຳສີແຫ້ງໃບ
ແຕ່ອ້າຍຢ່າປ່ຽນໃຈ                    ຢ່າຄິດແໜງໜ່າຍຊັງເຈົ້າຂອງກຸຫຼາບ
ບຸບຜາປ່ຽນໄປ                  ປຽບຮ່າງກາຍຂອງຄົນເຮົານີ້
ໜຸ່ມແໜ້ນຕຶງດີ                   ເຖົ້າແກ່ເສຍສີປ່ຽນແປງຕາມສະພາບ
ເວັ້ນແຕ່ຫົວໃຈ                    ມີປ່ຽນໄປເໝືອນດັ່ງກຸຫຼາບ
ຍິ່ງນານຮັກຊຶມຊາບ                  ຊວງໃນ ຖ້າມີໃຜຮັກຈິງ
ກຸຫຼາບດອກດຽວ                   ປຽບຮັກດຽວນ້ອງຝາກຝັງຕໍ່ອ້າຍ
ບໍ່ມີສອງໃຈ                   ຝາກກັນໄວ້ ດ້ວຍກຽດຂອງຍິງ
ຂໍແຕ່ຕົວອ້າຍ                    ນັ້ນຢ່າໝາຍພຽງຫວັງຊົມແນບອີງ
ຈົ່ງຮັກຈາກໃຈຈິງ                     ແລ້ວທຸກສິ່ງຈະເປັນຂອງອ້າຍເລີຍ


ທ່ານສາມາດກົດໄປທີ່ ຊື່ເພງ ເພື່ອຮັບຟັງເພງນີ້ໄດ້.
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ

ເນື້ອເພງ ກຸຫຼາບປາກເຊ


ເນື້ອຮ້ອງ ແລະ ທຳນອງໂດຍ: ບຸນທະມາລີ ບຸນຊ່ວຍ
ຮ້ອງໂດຍ: ບຸນທະມາລີ ບຸນຊ່ວຍ


ກຸຫຼາບປາກເຊ                    ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ
ຫອມດວງມາລາ          ນືກຢາກໄດ້ບູຊາ          ໃນເມື່ອຍາມຣາຕີ
ສີ່ງທີ່ພາເບີກບານ                    ໃນສະຖານບ້ານເຮົາ
ງາມຈິງບໍ່ເສົ້າ          ທຳໃຫ້ເຮົາງາມຍິ່ງ      ເປັນທີ່ສີ່ງເຕືອນຕາ
ຫອມຊື່ນວິນຍານ                    ດວງມາລາງາມຍິ່ງ
ອັນເປັນສິ່ງຕ້ອງຕາ                     ດວງມາລາເຄີຍຊົມ (ຊ້ຳ)
ກຸຫຼາບປາກເຊ                    ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ
ກຸຫຼາບຂອງໃຜ     ນຶກຢາກໃສ່ພານທອງ     ບໍ່ໃຫ້ເສົ້າໝອງສີ
ເຈົ້າມາລີແຄມເຊ                    ເອົາໄວ້ເອ້ໄວ້ດົມ
ດູດອກແລະໃບ          ງາມຕິດໃຈທຸກສີ່ງ          ຄົງບໍ່ມີວັນລືມ
ບໍ່ຄວນຢູ່ປ່ຽວ                    ກົວຈະຫ່ຽວແຫ້ງໄປ
ດູອັນໃດງາມຍິ່ງ                    ທຸກໆສີ່ງຕ້ອງຕາ (ຊ້ຳ)
ເຮົາເຄີຍເດັດດົມ     ຍາມແລງເຄີຍຊົມ     ຕາມສາຍລົມແຄມເຊ
ເມື່ອສາຍລົມເລລວນ                    ກີ່ນນັ້ນຊວນໃຈເຮົາ
ຄິດເຖິງຄວາມເກົ່າ     ທີ່ເຮົາເຄີຍມີມາ     ເຄີຍເບີກບານດອມກັນ
ຍອມລົມຫາຍໃຈ                   ຮັກບໍ່ມີວັນວາຍ
ແສນເສຍດາຍດວງນັ້ນ                    ທຸກຄືນວັນບໍ່ວາຍ (ຊ້ຳ)
ກຸຫຼາບປາກເຊ                   ເອົາໄວ້ເອ້ງາມຕາ
ບຸບຜາເຄີຍຖະໜອມ                    ຫອມກິ່ນບໍ່ວາຍ


ທ່ານສາມາດກົດໄປທີ່ ຊື່ເພງ ເພື່ອຮັບຟັງເພງນີ້ໄດ້.
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ.ຊື່ເພງ: ກຸຫຼາບປາກເຊ
 

วันอังคารที่ 2 สิงหาคม พ.ศ. 2559

ເນື້ອເພງ ກຸຫຼາບປາກຊັນ

ເນື້ອຮ້ອງ ແລະ ທຳນອງໂດຍ: ສຸຣິວັດ ຣັດຕະນະສະຫວັນ
ຮ້ອງໂດຍ: ຄຳເຕີມ ຊານຸບາ


ແດນດິນຖິ່ນໄກ                    ເຫຼືອຕາ
ຢູ່ສຸດນະພາ                    ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນຈະມົວຫຼົງ                    ເຝົ້າຝັນພະວົງຫຼົງຕິດຕາມ
ສາວເອີຍສາວງາມ                    ງາມເຫຼືອໃຈ

ງາມຈິງດັ່ງຄຳ                    ເຂົາຊົມ
ຫາກໄດ້ສຸກສົມ                    ຊື່ນຊົມກັບນ້ອງສົມໃຈ
ອ້າຍຂໍໄຝ່ຝັນແຕ່ນາງດຽວ                    ບໍ່ຂໍຂ້ອງກ່ຽວຍິງອື່ນໃດ
ເຝົ້າແຕ່ຫຼົງໄຫຼ                    ໄຝ່ຝັນໃຈປອງ

ໂອ.....ກຸຫຼາບ                    ສະຫວັນ
ແຫ່ງເມືອງປາກຊັນ                    ທີ່ອ້າຍໄຝ່ຝັນໝາຍປອງ
ໃຈ...ຫວັງຢູ່ຄຽງປະຄອງ                    ກຸຫຼາບເປັນສີດັ່ງທອງ
ເມື່ອຍາມແສງສ່ອງ                    ຈາກດວງສຸລີ

ຍາມແລງຄ່ຳລົງ                    ນ້ຳຊັນ
ໂອບໍລິຄັນ                    ນ້ຳຊັນໄຫຼຜ່ານໃສດີ
ແລເຫັນໝູ່ສາວເຈົ້າລ່ອງລອຍ                    ໝູ່ປາໃຫຍ່ນ້ອຍລອຍຫຼີ້ນຄີ
ສີ້ນແສງສຸລີ                    ອາບສີແສງຈັນ


ທ່ານສາມາດກົດທີ່    ຊື່ເພງ   ເພື່ອຮັບຟັງເພງນີ້ໄດ້
ຂໍອະໄພຫາກເນື້ອຮ້ອງ ແລະ ຊື່ນັກຮ້ອງ ບໍ່ກົງກັບເພງ ເພາະທາງເຮົາຄັດມາຈາກປື້ມເພງຕົ້ນສະບັບ

วันศุกร์ที่ 29 กรกฎาคม พ.ศ. 2559

ວິທີແກ້ໂປຣແກຣມ BlueStacks ແປ້ນພິມບໍ່ເດັ້ງຂື້ນມາ ພິມພາສາໄທບໍ່ໄດ້

ເມື່ອເຮົາໂຫລດໂປຣແກຣມມາແລ້ວ ແຕ່ແປ້ນພິມບໍ່ຂື້ນມາ  ພິມພາສາໄທບໍ່ໄດ້ ພິມໄດ້ແຕ່ພາສາລາວ  ເຮົາມີວິທີແກ້ດັງນີ້:

  • ເປີດໂປແກຣມ BlueStacks ຂື້ນມາ ແລ້ວໄປທີ່ຕັ້ງຄ່າ 

  • ກົດໄປທີ່ ພາສາ ແລະ ການປ້ອນຂໍ້ມູນ


  •  ກົດໄປທີ່ ຄ່າເລີມຕົ້ນ


  •  ກົດບ່ອນທີ່ມີຄຳວ່າເປີດ ເພື່ອທີ່ຈະປິດແປ້ນພິມຂອງລະບົບ ເພື່ອໃຫ້ເຮົາສາມາດໃຊ້ແປ້ນພິມ ທີ່ເຮົາຕ້ອງການເທົ່ານັ້ນ  ແລະ ເຮົາຍັງສາມາດເພີ່ມ ແລະ ເລືອກເອົາພາສາທີ່ເຮົາຕ້ອງການ  ມາໄດ້ໂດຍກົດໄປທີ່ ວິທີຕັ້ງຄ່າການປ້ອນຂໍ້ມູນ                                                                                  ( ແອັດມິນເລືອກເອົາ 3 ພາສາຄື ລາວ ອັງກິດ ແລະ ໄທ )

  •  ຫຼັງຈາກນັ້ນກໍ່ສາມາດໃຊ້ແປ້ນພິມໄດ້

วันพุธที่ 27 กรกฎาคม พ.ศ. 2559

ນ້ຳໝາກນາວ ຫຼື ໝາກນາວດີຢ່າງໃດ

 ນ້ຳໝາກນາວແມ່ນນ້ຳທີ່ໄດ້ມາຈາກໝາກນາວສົດ ແຕ່ຄົນຈະບໍ່ນິຍົມຮັບປະທານສົດ ເພາະມັນມີລົດຊາດທີ່ສົ້ມ ຄົນຈື່ງນິຍົມນຳໄປປຸງແຕ່ງລົດຊາດກ່ອນນຳມາຮັບປະທານ ແຕ່ຄນປະໂຫຍດບໍ່ໄດ້ລົດລົງແຕ່ຢ່າງໃດ

ໝາກນາວ1ລູກ ສາມາດໃຫ້ໂພຊະນະການແກ່ຮ່າງການເຮົາດັ່ງນີ້:
- ແຄຣໍລີ 52.
- ໄຂມັນ 0ກຣາມ
- ຄໍເຣສໂຕຣໍລ 0ມິລີກຣາມ
- ໂຊດ໋ຽມ 3ມິລີກຣາມ
- ໂພແທສຊຽມ 10ມິລີກຣາມ
- ຄາໂບໄຮເດສ 14ກຣາມ
- ໃຍອາຫານ 0ກຣາມ
- ນ້ຳຕານ 13ກຣາມ
- ໂປຮຕີນ 0ກຣາມ
- ວິຕາມິນເອ 0 IU
- ແຄລຊຽມ 2 ມິລີກຣາມ
-ວິຕາມິນ ບີ6 0ມິລີກຣາມ
- ແມັກນີຊຽມ 2ມິລີກຣາມ
- ວິຕາມິນຊີ 3.1ມິລີກຣາມ
- ເຫຼັກ 0 ມິລີກຣາມ
  • ດື່ມນ້ຳໝາກນາວໃນຕອນເຊົ້າທຸກໆເຊົ້າ ຈະຊ່ວຍເລື່ອງລະບົບຂັບຖ່າຍ ລ້າງລຳໄສ້ໄດ້ດີ ດື່ມນ້ຳໝາກນາວຜະສົມນ້ຳອຸ່ນ.
  • ນ້ຳໝາກນາວຜະສົມໂຊດາແລະນ້ຳແຂງ ດື່ມໃນຍາມຮ້ອນ ຈະຊ່ວຍແກ້ອາການກະຫາຍຮ້ອນໄດ້ຢ່າງດີ.
  • ນ້ຳໝາກນາວຊ່ວຍລ້າງໄຂມັນ ແລະ ສາມາດຊ່ວຍລົດນ້ຳໜັກໄດ້ເປັນຢ່າງດີ.
  • ດື່ມນ້ຳໝາກນາວກ່ອນນອນຈະເປັນອາຍຸວັດທະນະຊ່ວຍສະລໍຄວາມແກ່ ໜ້າອ່ອນກວ່າໄວ.
  • ຊ່ວຍຍ່ອຍອາຫານ ຊ່ວຍດີທ໋ອກ ແລະຂັບປັດສະວະ
  • ຊ່ວຍເສີມສ້າງພູມຄຸ້ມກັນ  ແລະປັບຄວາມສົມດຸນຄ່າ pHໃນຮ່າງກາຍ
  • ເຮັດໃຫ້ຜິວພັນສົດໃສເປັ່ງປັ່ງ ແລະ ເພີ່ມພະລັງ ເຮັດໃຫ້ອາລົມດີຂື້ນ
  • ຊ່ວຍຮັກສາບາດແຜ ແລະ ລົດອາການອັກເສບ
  • ຊ່ວຍເຕີມຄວາມຊຸ່ມຊື່ນຂອງຮ່າງກາຍ ແລະ ຊ່ວຍລົດນ້ຳໜັກ
  • ຊ່ວຍບັນເທົາອາການປວດຫົວ
  • ຊ່ວຍແກ້ອາຈຽນວິ່ງວຽນ
  • ຮັກສາຄວາມດັນໂລຫິດສູງ ແລະຕ່ຳ

วันจันทร์ที่ 4 กรกฎาคม พ.ศ. 2559

ປະເພດ ແລະ ໜ້າທີ່ຂອງຄຳເວົ້າໃນພາສາລາວ

ຄຳເວົ້າໃນພາສາລາວລວມມີ 7ປະເພດຄື:
  • ຄຳນາມ 
  • ຄຳແທນນາມ
  • ຄຳກຳມະ
  • ຄຳຄຸນນາມ
  • ຄຳເຊື່ອມ
  • ຄຳຕໍ່
  • ຄຳອຸທານ
  1. ຄຳນາມ
  • ຄວາມໝາຍຂອງຄຳນາມ
ຄຳນາມແມ່ນປະເພດຄຳທີ່ເປັນຊື່ເອີ້ນຂອງຄົນສັດ, ວັດຖຸ, ສີ່ງຂອງ, ເຫດການ, ປາກົດການຕ່າງໆ ເຊັ່ນ: ງົວ, ຄວາຍ, ດິນ, ນ້ຳ, ຄວາມດີ, ຄວາມສະຫຼາດ, ການກິນ, ການໄປ, ການມາ, ສັນຕິພາບ, ສົງຄາມ....

ຄຳນາມມີ 5 ຊະນິດຄື:
- ສາມັນນາມ: ແມ່ນຄຳນາມທີ່ຊີ້ບອກທົ່ວໄປເຊັ່ນ  ຄົນ, ສັດ, ປື້ມ, ສໍ, ລົດ, ເຮືອ...
- ວິສາມັນນາມ: ແມ່ນຄຳນາມທີ່ໃຊ້ສະເພາະເຊັ່ນ: ລາວ, ຈີນ, ຫຼວງພະບາງ, ດາວອັງຄານ, ຊຽງໝ້ຽງ, ມ້າມະນີກາບ...
- ສະມຸຫານາມ: ແມ່ນຄຳນາມທີ່ຊີ້ບອກໝວດໝູ່, ຄະນະ, ຝູງ, ກອງເຊັ່ນ: ໝູ່ນັກຮຽນ, ຄະນະຜູ້ແທນ, ກອງທະຫານ, ຝູງນົກ
- ລັກສະນະນາມ: ແມ່ນຄຳນາມທີ່ຮຽກໃຊ້ສະເພາະແຕ່ລະຄຳນາມຕາມລັກສະນະຂອງມັນເຊັ່ນ: ໜ່ວຍ, ກ້ານ, ໃບ, ຄັນ, ຜືນ...
- ອາການນາມ: ແມ່ນຄຳນາມທີ່ໄດ້ມາຈາກຄຳກຳມະ ແລະ ຄຳຄຸນນາມໂດຍໃຊ້ ” ການ ” ແລະ ” ຄວາມ ” ໃສ່ຂ້າງໜ້າເຊັ່ນ: ການກິນ, ການໄປ, ການຮຽນ, ຄວາມດີ, ຄວາມງາມ, ຄວາມສະຫຼາດ...


วันจันทร์ที่ 30 พฤษภาคม พ.ศ. 2559

ຄວາມໝາຍຂອງໜ້າທີ່ກົດໝາຍແຮງງານ

ໜ້າທີ່ຂອງກົດໝາຍແຮງງານ ແມ່ນດັດສົມສາຍພົວພັນແຮງງານ ເສີມຂະຫຍາຍທຸກຄວາມສາມາດ ຂອງແຮງງານຢ່າງຄົບຖ້ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຍົກສູງປະສິດທິພາບ ແລະ ຜະລິດຕະພັນຂອງແຮງງານສັງຄົມ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານ ໄດ້ຮັບການປົວແປງໃຫ້ດີຂື້ນ

วันจันทร์ที่ 15 กุมภาพันธ์ พ.ศ. 2559

แขวงผ้งสาลี

คำขวัน
ผ้งสาลีเปียบคือดั่งสะหวันสั่ง วิมานดานแด่นพูดอย เปันดินแดนวิละชน รักคอนพงพันเชื้อ งามเหลือหลายพูฟ้า ทะเลหลวงหมอกใหย่ เชีนชิมปาพูฟ้า ดื่มเหล้าเขียว เอ่วสะถานที่ เบี่งรีดคองปะเพนี เอกะลักหลายเผ่าเชื้อ เปันของต้อนท่านผู้ชม 
 

วันอังคารที่ 2 กุมภาพันธ์ พ.ศ. 2559

ปะหวัดท่านบุนยัง วอละจิด

ຊີວະປະຫວັດຫຍໍ້ຂອງ ທ່ານ ບຸນຍັງ ວໍລະຈິດ
ຊື່ແລະນາມສະກຸນ: ທ່ານບຸນຍັງ ວໍລະຈິດ
ວັນທີ, ເດືອນ, ປີເກີດ: 15/08/1937.
ບ້ານເກີດ: ບ້ານນາ, ເມືອງ:ທ່າປາງທອງ, ແຂວງ:ສະຫວັນນະເຂດ.
ບ່ອນຢູ່ປະຈຸບັນ:ບ້ານໜອງບອນ, ເມືອງ:ໄຊເສດຖາ, ແຂວງ: ນະຄອນຫຼວງວຽງຈັນ.
ການເຄື່ອນໄຫວໂດຍຫຍໍ້:
ປີ 1954-1957: ເປັນນາຍໝູ່ຢູ່ກອງພັນ 605.
ປີ 1957-1961: ຮຽນວັດທະນະທຳຢູ່ຫວຽດນາມ.
ປີ 1961-1962: ເປັນນາຍໝວດຢູ່ກອງພົນທີ່ 1.
ປີ 1962-1968: ເປັນຮອງການເມືອງກອງພັນ 613.
ປີ 1969-1972: ເປັນຫົວໜ້າຈັດຕັ້ງເຂດຊຽງຂວາງ.
ປີ 1972-1973: ເປັນຮອງດ້ານລົບພາກເໜືອ.
ປີ 1973-1978: ຢູ່ແຂວງຫຼວງພະບາງເປັນເລຂາກຳລັງປະສົມ.
ປີ 1978-1980: ຮຽນທິດສະດີຊັ້ນສູງຢູ່ສສຫວຽດນາມ.
ປີ 1980-1982: ເປັນຫົວໜ້າການເມືອງທະຫານເຂດກາງ.
ປີ 1982-1993: ເປັນເລຂາຄະນະພັກແຂວງສະຫວັນນະເຂດ, ປີ 1991 ກອງປະຊຸມໃຫຍ່ຂອງພັກສະໄໝທີ V ເລືອກຕັ້ງເປັນກຳມະການສູນກາງພັກ.

ປີ 1993-1999: ກອງປະຊຸມໃຫຍ່ຂອງພັກສະໄໝທີ VI ເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ.
ປີ 1999-2001: ເປັນກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ.
ປີ 2001-2006: ເປັນກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.
ປີ 2006 ເຖິງປະຈຸບັນ: ເປັນກົມການເມືອງສູນການພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

ปะหวัดความเปันมาของกองทับปะชาชนลาว

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບປະຊາຊົນ ລາວອັນເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາທີ່ຫມູນວຽນມາຄົບຮອບ 67 ປີ ( 20/ 1/1949 - 20/1/2016) ບົນເສັ້ນທາງແຫ່ງ ການສ້າງ ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫລະນາໆປະການຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີ ຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກ່ວາພວກເຮົາບໍ່ຈັກເທົ່າໃດທົບ, ປົດປ່ອຍປະເທດ ຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສົມຊື່ວ່າ: “ກອງທັບ ວິລະຊົນຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ”.

  ປະຫວັດສາດແຫ່ງການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນລາວແຕ່ທ້າຍສະຕະ ວັດທີ 19 ເຖິງຕົ້ນສະຕະວັດທີ 20 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດ ຄອງລາວໃນປີ 1893; ແລ້ວດຳເນີນການກົດຂີ່ຂູດຮີດປະຊາຊົນລາວຢ່າງແສນສາຫັດ, ດ້ວຍຈິດ ໃຈທີ່ບໍ່ຍອມເປັນຂ້ອຍຂ້າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແລະ ຕີນມືຂອງພວກເຂົາດ້ວຍຫລາຍຮູບການ, ຫລາຍລະດັບຈົນເຖິງການຕໍ່ສູ້ດ້ວຍອາວຸດ ໃນນັ້ນມີຫລາຍຂະບວນການທີ່ພົ້ນເດັ່ນຂຶ້ນເຊັ່ນ: ການຕໍ່ສູ້ດ້ວຍອາວຸດຂອງປະຊາຊົນ ອູເຫນືອ, ອູໃຕ້ຂອງເຈົ້າ ວັນນະພູມ (1899-1910) ອົງແກ້ວ, ອົງກົມມະດຳຢູ່ດົງບໍລິເວນ (1901-1937) ການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢູ່ແຂວງ ສະຫວັນນະເຂດ.
 ພາຍໃຕ້ການນຳພາຂອງພໍ່ກະດວດ ( 1901-1902 ) ການ ຕໍ່ສູ້ຂອງເຜົ່າມົ້ງພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈຢູ່ ພາກເຫນືອຂອງ ລາວ (1918-1922) ການຕໍ່ສູ້ຂອງຄູ ຄຳຢູ່ວຽງຈັນ (1920) ການຕໍ່ສູ້ຂອງປະຊາຊົນຜົ້ງສາລີ ພາຍໃຕ້ການນຳພາຂອງອົງແສນ (1915-1927) ການຕໍ່ສູ້ ຂອງເຜົ່າລື້ເມືອງສິງ (1914-1918) ແລະ  ອື່ນໆ... ແຕ່ບໍ່ໄດ້ຮັບໄຊຊະນະຢ່າງເດັດຂາດ, ຍ້ອນບໍ່ທັນມີພັກ ມາກ - ເລ ນິນນຳພາ, ບໍ່ທັນມີແນວທາງທີ່ຖືກຕ້ອງ, ບໍ່ທັນມີກອງທັບ ປະຕິວັດທີ່ເອກະພາບ ແລະ ສະພາບສາກົນບໍ່ທັນເອື້ອອຳນວຍ.

ມາເຖິງວັນທີ 3/2/1930 ພາຍໃຕ້ການນຳພາຂອງປະທານໂຮ່ຈິມິນ, ພັກກອມມູນິດ ອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບເອົາພາລະກຳປະຫວັດສາດແຫ່ງການນຳພາ ການປະຕິວັດຂອງ 3 ປະເທດອິນດູຈີນ. ພັກໄດ້ມີແນວທາງ, ຈຸດໝາຍ, ວິທີການຕໍ່ ສູ້ອັນຖືກ ຕ້ອງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນດ້ວຍຄຸນນະພາບໃຫມ່.

 ເດືອນສິງຫາປີ 1945 ກອງທັບແດງໂຊວຽດໄດ້ຜາບແພ້ພວກຟາດຊິດເຢຍລະມັນຜູ້ຮຸກ ຮານເຮັດໃຫ້ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ຢູ່ຫວຽດນາມກໍ່ຄືຢູ່ລາວພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ເຮັດໃຫ້ ຈັກກະພັດຝຣັ່ງປະລາໄຊ ແລະ ຍອມຈຳນົນ. ກຳເອົາກາລະໂອກາດປະຫວັດສາດທີ່ອຳ ນວຍ, ຄະນະພັກແຄວ້ນລາວໄດ້ຕັດສິນໃຈນຳພາ ປະຊາຊົນລຸກຮື້ຂຶ້ນຢຶດອຳນາດ ທົ່ວປະເທດໃນວັນທີ 12 ຕຸລາ 1945 ແລະ ໄດ້ສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ ທີ່ນະຄອນ ຫລວງວຽງຈັນ. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີຕ່າງ ປະເທດ ແລະ ເປັນຜູ້ບັນຊາການກອງທັບລັດຖະບານລາວອິດສະຫລະ
 ພາຍຫລັງທີ່ປວງຊົນເຮົາຍາດໄດ້ອຳນາດມາໄດ້ບໍ່ພໍເທົ່າໃດພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃຫມ່. ດ້ວຍຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດອັນສູງສົ່ງປະຊາຊົນລາວໄດ້ລຸກຂຶ້ນຕໍ່ສູ້ ກັບພວກລ່າເມືອງຂຶ້ນຝຣັ່ງອີກຄັ້ງໃຫມ່. ເດັ່ນກ່ວາຫມູ່ແມ່ນ ບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946, ບັນຊາໂດຍສະເດັດເຈົ້າ ສຸພານຸວົງ ໄດ້ສູ້ຮົບຢ່າງດຸເດືອດກັບຝຣັ່ງ, ກອງ ທັບປະສົມລາວ-ຫວຽດນາມພ້ອມກັບປະຊາຊົນໄດ້ມີການເສຍສະຫລະຢ່າງໃຫຍ່ຫລວງ, ສະເດັດເຈົ້າ ສຸພານຸວົງ ກໍ່ຖືກບາດເຈັບສາຫັດ; ຍ້ອນເຫລັກຫລາຍກ່ວາຖ່ານລັດຖະ ບານລາວອິດສະຫລະໄດ້ອົບພະຍົບໄປຢູ່ປະເທດໄທ.

   ຕໍ່ຈາກນັ້ນຄະນະລັດຖະບານລາວອິດສະຫລະຈຳນວນຫນຶ່ງກໍ່ຍອມຈຳນົນຕໍ່ຝຣັ່ງ. ອີກຈຳນວນຫນຶ່ງນຳໂດຍສະເດັດເຈົ້າສຸພານຸວົງໄດ້ ເຫັນທິດໄປສູ່ຊົນນະບົດ, ເຂດພູດອຍ ປຸກລະດົມປະຊາຊົນເຜົ່າຕ່າງໆກໍ່ສ້າງ ແລະ ຈັດຕັ້ງເຂດທີ່ຫມັ້ນ, ຂະຫຍາຍສົງຄາມກອງ ຫລອນປະສານສົມທົບຢ່າງແຫນ້ນແຟ້ນກັບການຕໍ່ສູ້ຂອງກອງທັບ ແລະ ປະຊາ ຊົນຫວຽດນາມ, ກຳປູເຈຍອ້າຍນ້ອງ, ຈັດຕັ້ງກອງໂຄສະນາປະ ກອບອາວຸດຂຶ້ນທັງໂຄ ສະນາປຸກລຸກປະຊາຊົນກໍ່ສ້າງຮາກຖານການເມືອງຈັດຕັ້ງກຳລັງປະກອບອາວຸດຂຶ້ນຢ່າງ ຕໍ່ເນື່ອງ, ຂະບວນການຕໍ່ຕ້ານໄດ້ຂະຫຍາຍກວ້າງຂວາງອອກທົ່ວປະເທດ, ຮາກຖານ ການເມືອງກໍ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງກຳລັງປະກອບອາ ວຸດໃນລະດັບກອງຮ້ອຍຂຶ້ນຄື: ກອງປັດໃຈຢູ່ຊຽງຂວາງ, ກອງຟ້າງຸ່ມຢູ່ວຽງຈັນ, ກອງໄຊ ເສດຖາຢູ່ພາກກາງ, ກອງໄຊຈັກກະພັດ ຢູ່ພາກໃຕ້... ເຮັດໃຫ້ຮູບຖານສົງຄາມແບບ ຊ້ອນແຂ້ວຫວີລະຫວ່າງເຮົາກັບສັດຕູໄດ້ປະກົດຂຶ້ນຢ່າງເດັ່ນຊັດ.

   ປະຕິບັດຕາມມະຕິຕົກລົງຂອງສູນກາງພັກກອມມູນິດອິນດູຈີນຢູ່ເຂດທີ່ຫມັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງ ຫົວພັນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນຢ່າງເປັນ ທາງການໃນວັນທີ 20 ມັງກອນ ປີ 1949 ຊຶ່ງແມ່ນກອງທັບປະຊາຊົນລາວໃນປະຈຸບັນ ໂດຍໃສ່ຊື່ວ່າ: “ກອງລາດສະວົງ” ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາໂດຍກົງ. ນັບແຕ່ນັ້ນມາໄດ້ຖື ເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ (ວັນທີ 1/10/1965 ໄດ້ປ່ຽນຊື່ມາ ເປັນກອງທັບ ປົດປ່ອຍ ປະຊາຊົນລາວ ແລະ ວັນທີ 16/7/1982 ປ່ຽນຊື່ມາເປັນ ກອງທັບປະຊາຊົນ ລາວຈົນເຖິງປະຈຸບັນ).
 
ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ພາຍໃຕ້ການ ຊີ້ນຳ-ນຳພາ ແລະ ການສຶກສາອົບຮົມຈາກພັກ; ເປັນຂີດ ຫມາຍໃຫມ່ ແລະ ແມ່ນບາດກ້າວກະໂດດທີ່ສຳຄັນທີ່ຢັ້ງ ຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ເຂັ້ມແຂງ ຂອງກອງກຳ ລັງປະກອບ ອາວຸດປະຕິວັດ, ເປັນການສືບທອດມູນເຊື້ອພິລະອາດຫານຂອງບັນພະບຸລຸດຂອງລາວ. ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງ ເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດ ບ່ອນໃດກອງທັບເຮົາກໍ່ຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳລັງຫລັກ ແຫລ່ງໃຫ້ ຂະບວນ ການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມ ບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະເທດ ຊາດຢ່າງແທ້ຈິງ.

วันอังคารที่ 26 มกราคม พ.ศ. 2559

วัดพะบาดโพนสันถืกรองรับเปันมอละดกของแขวงบอลิคำไช

ພິທີປະກາດຮັບຮອງເອົາວັດພະທາດ ພະບາດ-ໂພນສັນ ເປັນມໍລະດົກທາງດ້ານວັດທະນະທຳ ຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 / 01 / 2016 ນີ້, ໂດຍມີທ່ານ ດຣ. ສຸວັນນີ ໄຊຊະນະ ຮອງເຈົ້າແຂວງໆບໍລິຄຳໄຊ ແລະ ຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.
ວັດພະທາດພະບາດ-ໂພນສັນ ສ້າງຕັ້ງຂຶ້ນມາແຕ່ປີ ພສ 902, ຕາມການສັນນິຖານຢູ່ສິມຮ້າງ ແລະ ຊາກອຸບມຸງກວາມຮອຍພະບາດ, ມີເນື້ອທີ່ປະມານ 1.200 ເຮັກຕາ, ຕັ້ງຢູ່ແຄມທາງເລກທີ 13 ໃຕ້ ຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນວັດທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ມາແຕ່ດົນນານ, ເປັນສູນລວມ ຈິດໃຈ ແລະ ເປັນບ່ອນເຄົາລົບບູຊາກາບໄຫ້ວ ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງໃນເດືອນມັງກອນຂອງທຸກໆປີ ກໍຈະມີພິທີກຳທາງສາສະໜາ ກໍຄື ບຸນນະມັດສະການພະທາດພະບາດ-ໂພນສັນ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງ ປະເທດ ໄດ້ມາເຕົ້າໂຮມກັນ ກາບໄຫ້ວສັກກະລະບູຊາ ແລະ ອື່ນໆ.
ວັດພະທາດພະບາດ-ໂພນສັນ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ ທີ່ສາມາດດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວສປປ ລາວ ກໍຄື ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນຈຳນວນຫຼວງຫາຍ, ເປັນສະຖານທີ-ທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານວັດທະນະທຳ ແລະ ເປັນຈຸດກຳເນີດທາງດ້ານພຸດທະສາສະໜາ ໂດຍມີຮອຍພະບາດ ແລະ ໂພນສັນ ບ່ອນນັ່ງສັນເພນ ຂອງພະພຸດທະເຈົ້າ ເປັນຫຼັກຖານຢັ້ງຢືນ.

วันจันทร์ที่ 18 มกราคม พ.ศ. 2559

นะคอนหลวงเวียงจัน

คำขวัน
มาเวียงจันชมขัวมิดตะพาบ กาบไหว้หอพะแก้ว ชมสวนปะตูไช ไหว้พะทาดหลวงมิ่งขวัน ชมวิวทิวทัดแคมของ หาดชายสีทองดอนจัน ชิมลดอาหานนานาชาด เทิงหอผาสาดสิบสี่ชั้น พักผ่อนเทิงวิมานสะหวัน โรงแรมดอนจันพาเลดลือนาม
แผนที่ นะคอนหลวงเวียงจัน


นะคอนหลวงเวียงจันเปันเมืองเอกของ สปป ลาว เชิ่งมีกานจะเลีนเตีบโตไวทางด้านพื้นถานโค่งล่าง เสดถะกิด วัดทะนะทำ-สังคม

วันอาทิตย์ที่ 3 มกราคม พ.ศ. 2559

ป่าสะหงวนในปะเทดลาว

ปะเทดลาวมี 17แขวง และ1 นะคอนหลวง
  • นะคอนหลวงเวียงจัน ป่าสะหงวน พูพะนัง
  1. แขวง ผ้งสาลี         มี2 : ป่าสะหงวน ''พูแดนดิน" และ ป่าสะหงวน "พูถะแหลง"
  2. แขวง หลวงน้ำทา   มี1 : ป่าสะหงวน "น้ำห้า"
  3. แขวง บ่อแก้ว        มี1 : ป่าสะหงวน "น้ำก่าน"
  4. แขวง หัวพัน         มี2 : ป่าสะหงวน "น้ำแอดพูเลย" และ ป่าสะหงวน "น้ำชำ"
  5. แขวง ไชยะบูลี      มี1 : ป่าสะหงวน "น้ำปุย"
  6. แขวง เวียงจัน       มี1 : ป่าสะหงวน "พูเขาควาย"
  7. แขวง บอลิคำไช   มี1 : ป่าสะหงวน "น้ำกะดิง"
  8. แขวง คำม่วน       มี2 : ป่าสะหงวน "พูหีนบูน" และ ป่าสะหงวน "นากาย-น้ำเทีน"
  9. แขวง สะหวันนะเขด  มี3 : ป่าสะหงวน "ดงนาตาด" . ป่าสะหงวน "พูช้างแห่" และ ป่าสะหงวน "ดงพูเวียง"
  10. แขวง จำปาสัก     มี2 : ป่าสะหงวน "ดงหัวสาว" และ ป่าสะหงวน "เชเปียน"
  11. แขวง สาละวัน     มี3 : ป่าสะหงวน "พูเชียงทอง" . ป่าสะหงวน "เชบั้งเหียง" และ ป่าสะหงวน  "เชเชับ"
  12. แขวง อัดตะปื      มี1 : ป่าสะหงวน "ดงอำพาม"
  • แขวงที่บ่อมีป่าสะหงวน
  1. แขวง เชกอง
  2. แขวง เชียงขวาง
  3. แขวง หลวงพะบาง
  4. แขวง อุดมไช
  5. แขวง ไชสมบูน 
ลวมทั้งหมด มี 20 แห่ง

=========================================================
ขอขอบใจ ข้อมูนจาก กมโคสะนากานท่องเที่ยว กะชวงถะแหลงข่าว วัดทะนะทำ และ ท่องเที่ยว