วันจันทร์ที่ 15 กุมภาพันธ์ พ.ศ. 2559

แขวงผ้งสาลี

คำขวัน
ผ้งสาลีเปียบคือดั่งสะหวันสั่ง วิมานดานแด่นพูดอย เปันดินแดนวิละชน รักคอนพงพันเชื้อ งามเหลือหลายพูฟ้า ทะเลหลวงหมอกใหย่ เชีนชิมปาพูฟ้า ดื่มเหล้าเขียว เอ่วสะถานที่ เบี่งรีดคองปะเพนี เอกะลักหลายเผ่าเชื้อ เปันของต้อนท่านผู้ชม 
 

วันอังคารที่ 2 กุมภาพันธ์ พ.ศ. 2559

ปะหวัดท่านบุนยัง วอละจิด

ຊີວະປະຫວັດຫຍໍ້ຂອງ ທ່ານ ບຸນຍັງ ວໍລະຈິດ
ຊື່ແລະນາມສະກຸນ: ທ່ານບຸນຍັງ ວໍລະຈິດ
ວັນທີ, ເດືອນ, ປີເກີດ: 15/08/1937.
ບ້ານເກີດ: ບ້ານນາ, ເມືອງ:ທ່າປາງທອງ, ແຂວງ:ສະຫວັນນະເຂດ.
ບ່ອນຢູ່ປະຈຸບັນ:ບ້ານໜອງບອນ, ເມືອງ:ໄຊເສດຖາ, ແຂວງ: ນະຄອນຫຼວງວຽງຈັນ.
ການເຄື່ອນໄຫວໂດຍຫຍໍ້:
ປີ 1954-1957: ເປັນນາຍໝູ່ຢູ່ກອງພັນ 605.
ປີ 1957-1961: ຮຽນວັດທະນະທຳຢູ່ຫວຽດນາມ.
ປີ 1961-1962: ເປັນນາຍໝວດຢູ່ກອງພົນທີ່ 1.
ປີ 1962-1968: ເປັນຮອງການເມືອງກອງພັນ 613.
ປີ 1969-1972: ເປັນຫົວໜ້າຈັດຕັ້ງເຂດຊຽງຂວາງ.
ປີ 1972-1973: ເປັນຮອງດ້ານລົບພາກເໜືອ.
ປີ 1973-1978: ຢູ່ແຂວງຫຼວງພະບາງເປັນເລຂາກຳລັງປະສົມ.
ປີ 1978-1980: ຮຽນທິດສະດີຊັ້ນສູງຢູ່ສສຫວຽດນາມ.
ປີ 1980-1982: ເປັນຫົວໜ້າການເມືອງທະຫານເຂດກາງ.
ປີ 1982-1993: ເປັນເລຂາຄະນະພັກແຂວງສະຫວັນນະເຂດ, ປີ 1991 ກອງປະຊຸມໃຫຍ່ຂອງພັກສະໄໝທີ V ເລືອກຕັ້ງເປັນກຳມະການສູນກາງພັກ.

ປີ 1993-1999: ກອງປະຊຸມໃຫຍ່ຂອງພັກສະໄໝທີ VI ເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ.
ປີ 1999-2001: ເປັນກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ.
ປີ 2001-2006: ເປັນກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.
ປີ 2006 ເຖິງປະຈຸບັນ: ເປັນກົມການເມືອງສູນການພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

ปะหวัดความเปันมาของกองทับปะชาชนลาว

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບປະຊາຊົນ ລາວອັນເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາທີ່ຫມູນວຽນມາຄົບຮອບ 67 ປີ ( 20/ 1/1949 - 20/1/2016) ບົນເສັ້ນທາງແຫ່ງ ການສ້າງ ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫລະນາໆປະການຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີ ຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກ່ວາພວກເຮົາບໍ່ຈັກເທົ່າໃດທົບ, ປົດປ່ອຍປະເທດ ຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສົມຊື່ວ່າ: “ກອງທັບ ວິລະຊົນຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ”.

  ປະຫວັດສາດແຫ່ງການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນລາວແຕ່ທ້າຍສະຕະ ວັດທີ 19 ເຖິງຕົ້ນສະຕະວັດທີ 20 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດ ຄອງລາວໃນປີ 1893; ແລ້ວດຳເນີນການກົດຂີ່ຂູດຮີດປະຊາຊົນລາວຢ່າງແສນສາຫັດ, ດ້ວຍຈິດ ໃຈທີ່ບໍ່ຍອມເປັນຂ້ອຍຂ້າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແລະ ຕີນມືຂອງພວກເຂົາດ້ວຍຫລາຍຮູບການ, ຫລາຍລະດັບຈົນເຖິງການຕໍ່ສູ້ດ້ວຍອາວຸດ ໃນນັ້ນມີຫລາຍຂະບວນການທີ່ພົ້ນເດັ່ນຂຶ້ນເຊັ່ນ: ການຕໍ່ສູ້ດ້ວຍອາວຸດຂອງປະຊາຊົນ ອູເຫນືອ, ອູໃຕ້ຂອງເຈົ້າ ວັນນະພູມ (1899-1910) ອົງແກ້ວ, ອົງກົມມະດຳຢູ່ດົງບໍລິເວນ (1901-1937) ການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢູ່ແຂວງ ສະຫວັນນະເຂດ.
 ພາຍໃຕ້ການນຳພາຂອງພໍ່ກະດວດ ( 1901-1902 ) ການ ຕໍ່ສູ້ຂອງເຜົ່າມົ້ງພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈຢູ່ ພາກເຫນືອຂອງ ລາວ (1918-1922) ການຕໍ່ສູ້ຂອງຄູ ຄຳຢູ່ວຽງຈັນ (1920) ການຕໍ່ສູ້ຂອງປະຊາຊົນຜົ້ງສາລີ ພາຍໃຕ້ການນຳພາຂອງອົງແສນ (1915-1927) ການຕໍ່ສູ້ ຂອງເຜົ່າລື້ເມືອງສິງ (1914-1918) ແລະ  ອື່ນໆ... ແຕ່ບໍ່ໄດ້ຮັບໄຊຊະນະຢ່າງເດັດຂາດ, ຍ້ອນບໍ່ທັນມີພັກ ມາກ - ເລ ນິນນຳພາ, ບໍ່ທັນມີແນວທາງທີ່ຖືກຕ້ອງ, ບໍ່ທັນມີກອງທັບ ປະຕິວັດທີ່ເອກະພາບ ແລະ ສະພາບສາກົນບໍ່ທັນເອື້ອອຳນວຍ.

ມາເຖິງວັນທີ 3/2/1930 ພາຍໃຕ້ການນຳພາຂອງປະທານໂຮ່ຈິມິນ, ພັກກອມມູນິດ ອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບເອົາພາລະກຳປະຫວັດສາດແຫ່ງການນຳພາ ການປະຕິວັດຂອງ 3 ປະເທດອິນດູຈີນ. ພັກໄດ້ມີແນວທາງ, ຈຸດໝາຍ, ວິທີການຕໍ່ ສູ້ອັນຖືກ ຕ້ອງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນດ້ວຍຄຸນນະພາບໃຫມ່.

 ເດືອນສິງຫາປີ 1945 ກອງທັບແດງໂຊວຽດໄດ້ຜາບແພ້ພວກຟາດຊິດເຢຍລະມັນຜູ້ຮຸກ ຮານເຮັດໃຫ້ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ຢູ່ຫວຽດນາມກໍ່ຄືຢູ່ລາວພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ເຮັດໃຫ້ ຈັກກະພັດຝຣັ່ງປະລາໄຊ ແລະ ຍອມຈຳນົນ. ກຳເອົາກາລະໂອກາດປະຫວັດສາດທີ່ອຳ ນວຍ, ຄະນະພັກແຄວ້ນລາວໄດ້ຕັດສິນໃຈນຳພາ ປະຊາຊົນລຸກຮື້ຂຶ້ນຢຶດອຳນາດ ທົ່ວປະເທດໃນວັນທີ 12 ຕຸລາ 1945 ແລະ ໄດ້ສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ ທີ່ນະຄອນ ຫລວງວຽງຈັນ. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີຕ່າງ ປະເທດ ແລະ ເປັນຜູ້ບັນຊາການກອງທັບລັດຖະບານລາວອິດສະຫລະ
 ພາຍຫລັງທີ່ປວງຊົນເຮົາຍາດໄດ້ອຳນາດມາໄດ້ບໍ່ພໍເທົ່າໃດພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃຫມ່. ດ້ວຍຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດອັນສູງສົ່ງປະຊາຊົນລາວໄດ້ລຸກຂຶ້ນຕໍ່ສູ້ ກັບພວກລ່າເມືອງຂຶ້ນຝຣັ່ງອີກຄັ້ງໃຫມ່. ເດັ່ນກ່ວາຫມູ່ແມ່ນ ບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946, ບັນຊາໂດຍສະເດັດເຈົ້າ ສຸພານຸວົງ ໄດ້ສູ້ຮົບຢ່າງດຸເດືອດກັບຝຣັ່ງ, ກອງ ທັບປະສົມລາວ-ຫວຽດນາມພ້ອມກັບປະຊາຊົນໄດ້ມີການເສຍສະຫລະຢ່າງໃຫຍ່ຫລວງ, ສະເດັດເຈົ້າ ສຸພານຸວົງ ກໍ່ຖືກບາດເຈັບສາຫັດ; ຍ້ອນເຫລັກຫລາຍກ່ວາຖ່ານລັດຖະ ບານລາວອິດສະຫລະໄດ້ອົບພະຍົບໄປຢູ່ປະເທດໄທ.

   ຕໍ່ຈາກນັ້ນຄະນະລັດຖະບານລາວອິດສະຫລະຈຳນວນຫນຶ່ງກໍ່ຍອມຈຳນົນຕໍ່ຝຣັ່ງ. ອີກຈຳນວນຫນຶ່ງນຳໂດຍສະເດັດເຈົ້າສຸພານຸວົງໄດ້ ເຫັນທິດໄປສູ່ຊົນນະບົດ, ເຂດພູດອຍ ປຸກລະດົມປະຊາຊົນເຜົ່າຕ່າງໆກໍ່ສ້າງ ແລະ ຈັດຕັ້ງເຂດທີ່ຫມັ້ນ, ຂະຫຍາຍສົງຄາມກອງ ຫລອນປະສານສົມທົບຢ່າງແຫນ້ນແຟ້ນກັບການຕໍ່ສູ້ຂອງກອງທັບ ແລະ ປະຊາ ຊົນຫວຽດນາມ, ກຳປູເຈຍອ້າຍນ້ອງ, ຈັດຕັ້ງກອງໂຄສະນາປະ ກອບອາວຸດຂຶ້ນທັງໂຄ ສະນາປຸກລຸກປະຊາຊົນກໍ່ສ້າງຮາກຖານການເມືອງຈັດຕັ້ງກຳລັງປະກອບອາວຸດຂຶ້ນຢ່າງ ຕໍ່ເນື່ອງ, ຂະບວນການຕໍ່ຕ້ານໄດ້ຂະຫຍາຍກວ້າງຂວາງອອກທົ່ວປະເທດ, ຮາກຖານ ການເມືອງກໍ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງກຳລັງປະກອບອາ ວຸດໃນລະດັບກອງຮ້ອຍຂຶ້ນຄື: ກອງປັດໃຈຢູ່ຊຽງຂວາງ, ກອງຟ້າງຸ່ມຢູ່ວຽງຈັນ, ກອງໄຊ ເສດຖາຢູ່ພາກກາງ, ກອງໄຊຈັກກະພັດ ຢູ່ພາກໃຕ້... ເຮັດໃຫ້ຮູບຖານສົງຄາມແບບ ຊ້ອນແຂ້ວຫວີລະຫວ່າງເຮົາກັບສັດຕູໄດ້ປະກົດຂຶ້ນຢ່າງເດັ່ນຊັດ.

   ປະຕິບັດຕາມມະຕິຕົກລົງຂອງສູນກາງພັກກອມມູນິດອິນດູຈີນຢູ່ເຂດທີ່ຫມັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງ ຫົວພັນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນຢ່າງເປັນ ທາງການໃນວັນທີ 20 ມັງກອນ ປີ 1949 ຊຶ່ງແມ່ນກອງທັບປະຊາຊົນລາວໃນປະຈຸບັນ ໂດຍໃສ່ຊື່ວ່າ: “ກອງລາດສະວົງ” ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາໂດຍກົງ. ນັບແຕ່ນັ້ນມາໄດ້ຖື ເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ (ວັນທີ 1/10/1965 ໄດ້ປ່ຽນຊື່ມາ ເປັນກອງທັບ ປົດປ່ອຍ ປະຊາຊົນລາວ ແລະ ວັນທີ 16/7/1982 ປ່ຽນຊື່ມາເປັນ ກອງທັບປະຊາຊົນ ລາວຈົນເຖິງປະຈຸບັນ).
 
ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ພາຍໃຕ້ການ ຊີ້ນຳ-ນຳພາ ແລະ ການສຶກສາອົບຮົມຈາກພັກ; ເປັນຂີດ ຫມາຍໃຫມ່ ແລະ ແມ່ນບາດກ້າວກະໂດດທີ່ສຳຄັນທີ່ຢັ້ງ ຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ເຂັ້ມແຂງ ຂອງກອງກຳ ລັງປະກອບ ອາວຸດປະຕິວັດ, ເປັນການສືບທອດມູນເຊື້ອພິລະອາດຫານຂອງບັນພະບຸລຸດຂອງລາວ. ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງ ເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດ ບ່ອນໃດກອງທັບເຮົາກໍ່ຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳລັງຫລັກ ແຫລ່ງໃຫ້ ຂະບວນ ການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມ ບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະເທດ ຊາດຢ່າງແທ້ຈິງ.