วันพุธที่ 24 พฤษภาคม พ.ศ. 2560

​ລຳ​ເພີນ ຮັກ​ເມຍ​ຫຼວງ​ຫວງ​ເມຍ​ນ້ອຍ
ລະຮັກເມຍຫຼວງຫວງເມຍນ້ອຍ ຫົວໃຈມັນຫຼຸດລອຍໃຈມັນຄ້ອຍ ສິແຕກແຫຼ່ງ ສິແຕກແຫຼ່ງ
ລະເຫັນເມຍຫຼວງພັດແຫ່ງຄ້ອຍ ເຫັນເມຍນ້ອຍພັດຊື່ນໃຈ ເອີ່....
ລະປະໃຜກະບໍ່ໄດ້ ສິລົມໃຜກະບໍ່ໄດ້ ຍ້ອຍເມຍໃຫຍ່ແມ່ນລາວຫວງ ເອີ່.....
ຫ່ວງຫຼາຍເດ ຄິດນຳຫຼາຍ ອ້າຍມັກຫຼາຍ ແມ່ນເມຍນ້ອຍເອີ່.....

ໂອຍເດນາງ ຫົົວໃຈຂ້ອຍມັນເປັນຮອຍແຕກແຫຼ່ງ ຄືດັ່ງຟ້າຜ່າແລ້ງ ລົງກັ້ນເຄີ່ງທາງ
ບຸນອ້າຍສ້າງມາແຕ່ປາງຫຼັງ( ຊ )
 ຈັ່ງໄດ້ເມຍສອງຄົນ ຈອງແນນເອົາໄວ້
ຫົວໃຈກຸ້ມຄືສົມຮວຍໄວ້ຖ່ານ ທໍລະມານແຕ່ອ້າຍຫົວໃຈແຍກແບ່ງສອງ
ຄັນສິຮ້າງບັດເມຍໃຫຍ່ໃຈດີ(ຊ) ມີລາສີຄວາມງາມແມ່ເຮືອນຄວງເຄົ້າ
ຍາມກິນເຂົ້າພາງາຍກໍ່ແຕ່ງພາແລງກໍ່ຕັ້ງຍໍຍ້ອງຮັບຜົວ 
ອ້າຍກະຮູ້ເຈົ້າຢູ່ຄືກັນຄວາມສຳພັນພົວເມຍຮັກມາເກີນຮ້ອຍ
ເມຍນ້ອຍມັນຊ່າງເອົາໃຈມັນອົດບໍ່ໄຫວຫົວໃຈຂາດລົງ
ຍັງສາວລະຂາວງາມຄິ້ວກົ່ງໜ້າຜາກກໍ່ໂຄ້ງເໜືອວົງພະຈັນ 
ອົດກັ້ນຫົວໃຈບໍ່ໄຫວສິຫຼອຍເມຍໃຫຍ່ໄປຫານ້ອງຈັກຄືນ 
ຈົ່ງເຫັນໃຈອ້າຍແນ່ຂວັນຍືນ(ຊ)
ເມື່ອຕອນກາງຄືນສິຫຼອຍເມຍມາຢາມ
ໂອຍເດນາງ ອົດທົນກັ້ນເອົາໄວ້ບໍ່ຢູ່ມັນຄິດເຫັນແຕ່ຊູ້ເມຍນ້ອຍນັ່ງຄອຍ 
ຄິດຈ້ອຍໆສິຫຼອຍໃຫຍ່ມາຫາ(ຊ)
ວັນໃດມີເວລາສິຫ່າງເມຍມາໃກ້ 
........ຈົ່ງເຫັນໃຈອ້າຍແນ່ຈັກໜ່ອຍບໍ່ເຫັນເມຍນ້ອຍອ້າຍກືນເຂົ້າບໍ່ລົງ
ມັນເປັນລະມືນໆງົງໆ(ຊ) 
ເມຍໃຫຍ່ຕົກລົງສິຫຼອຍເມຍນ້ອຍມາເຮືອນ 
ຂໍວອນເຈົ້າເມຍແພງຢ່າໜ່າຍ(ຊ)
ຢ່າຊາຄົນອື່ນເວົ້າສິເອົາເຈົ້າຄູ່ກັນ
ແຕ່ວ່ານັ້ນມັນຜິດຢູ່ຄອງທຳຜິດຕຳລາເຄີຍສອນຮີດຄອງມີໄວ້
ໃຈຂອງອ້າຍບໍ່ຍອມວາງປະປ່ອຍມັນຄິດເຫັນຈ້ອຍໆສິເອົາເຈົ້າຮ່ວມສອງ

ນອນອ້ອມຂ້າງໃຫ້ຜົວຢູ່ທາງກາງ(ຊ) ໃຫ້ສອງນາງແພງກັນອ້າຍຄິດເຫັນແຕ່ວັນນັ້ນ ອ້າຍໄຝ່ຝັນແຕ່ດົນແລ້ວ

1 ความคิดเห็น: